ລາຍການ“ຄຳບູຮານທີ່ສີຈິ້ນຜິງມັກ”ພາກທີ 3 (ສະບັບພາສາຣັດເຊຍ)ອອກອາກາດຜ່ານສື່ມວນຊົນທີ່ສຳຄັນຂອງຣັດເຊຍ

2024-10-23 10:38:33 CRI


     ວັນທີ 22 ຕຸລານີ້, ພິທີເລີ່ມອອກອາກາດລາຍການ“ຄຳບູຮານທີ່ສີຈິ້ນຜິງມັກ”ພາກທີ 3 (ສະບັບພາສາຣັດເຊຍ)ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດຂຶ້ນຢູ່ນະຄອນຄາຊານຂອງຣັດເຊຍ. ແຂກຜູ້ມີກຽດ 300 ກວ່າທ່ານເຊິ່ງລວມທັງບຸກຄົນທີ່ມີຊື່ສຽງຈາກວົງການການເມືອງ ວົງການສື່ມວນຊົນ ວົງການການສຶກສາ ແລະວົງການອື່ນໆຂອງຣັດເຊຍໄດ້ເຂົ້າຮ່ວມພິທີດັ່ງກ່າວ. ລາຍການນີ້ໄດ້ເລີ່ມອອກອາກາດຜ່ານຫຼາຍຊ່ອງທາງ ເຊັ່ນ ໂທລະພາບແຫ່ງຊາດຣັດເຊຍ ເວັບໄຊໜັງສືພິມຣັດເຊຍ ໂທລະພາບອາຊີໃຫຍ່ຣັດເຊຍ ແລະອື່ນໆນັບແຕ່ວັນທີ 22 ຕຸລານີ້ເປັນຕົ້ນໄປ.