ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ

2024-10-23 12:09:39 cri

ຕອນບ່າຍວັນທີ 22 ຕຸລາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ວັງແກຣມແລັງທີ່ນະຄອນຄາຊານຂອງຣັດເຊຍ.


 

ທ່ານສີຈິ້ນຜິງຊີ້ອອກວ່າ: ປີນີ້ແມ່ນປີທີ່ຈີນ-ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ. ໃນໄລຍະ 75 ປີຜ່ານມາ, ການພົວພັນລະຫວ່າງຈີນ-ຣັດເຊຍແມ່ນຮ່ວມທຸກຮ່ວມສຸກນຳກັນ, ໄດ້ຄົ້ນຄວ້າວາງອອກວິທີຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງປະເທດໃຫຍ່ໃກ້ຄຽງກັນທີ່ “ບໍ່ຮ່ວມກຸ່ມ、ບໍ່ເປັນປໍລະປັກກັນ、ບໍ່ແນໃສ່ຝ່າຍທີ 3”. ສອງຝ່າຍໄດ້ລົງເລິກແລະບຸກເບີກການປະສານງານດ້ານຍຸດທະສາດຮອບດ້ານແລະການຮ່ວມມືຕົວຈິງໃນແຕ່ລະຂົງເຂດຢ່າງບໍ່ຢຸດຢັ້ງ, ທຸ້ມເທກຳລັງແຮງຢ່າງເຂັ້ມແຂງເຂົ້າໃນການຊຸກຍູ້ໃຫ້ການພັດທະນາມີຄວາມຈະເລີນຮຸ່ງເຮືອງແລະການສ້າງຄວາມທັນສະໄໝຂອງສອງປະເທດ. ຈີນຕີລາຄາສູງຕໍ່ວຽກງານທີ່ຣັດເຊຍໄດ້ກະກຽມເພື່ອຈັດກອງປະຊຸມສຸດຍອດບຣິກສ໌ຄັ້ງທີ 16 ໃນຖານະເປັນປະເທດປະທານ.

 


ທ່ານວະລາດີເມຍ ປູຕິນກ່າວວ່າ: ໃນໄລຍະ 75 ປີຜ່ານມາ, ການພົວພັນລະຫວ່າງຣັດເຊຍ-ຈີນໄດ້ຮັກສາການພັດທະນາທີ່ມີລະດັບສູງ, ການຮ່່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ. ຣັດເຊຍຫວັງວ່າຈະດຳເນີນການຮ່ວມມືກັບຈີນຢ່າງເລິກເຊິ່ງກວ່າເກົ່າຕື່ມອີກ, ເປັນການຊ່ວຍເຫຼືອການພັດທະນາ ຂອງສອງປະເທດໃຫ້ຈະເລີນຮຸ່ງເຮືອງ. ຍິນດີປະສານງານກັນກັບຈີນຢ່າງແໜ້ນແຟ້ນ, ຊຸກຍູ້ໃຫ້ “ການຮ່ວມມືບຣິກສ໌ໃຫຍ່” ໄດ້ຮັບຜົນງານຢ່າງຕັ້ງໜ້າທີ່ບໍ່ຢຸດຢັ້ງ.