ຈັດກິດຈະກຳແລກປ່ຽນວັດທະນະທຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຣັດເຊຍຄົບຮອບ 75 ປີຢູ່ນະຄອນຄາຊານ

2024-10-23 16:31:37 cri

      ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດບຣິກສ໌ຄັ້ງທີ 16 ຢູ່ນະຄອນຄາຊານຂອງຣັດເຊຍ, ວັນທີ 22 ຕຸລານີ້, ກິດຈະກຳແລກປ່ຽນວັດທະນະທຳເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ຣັດເຊຍຄົບຮອບ 75 ປີທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບບໍລິສັດກະຈາຍສຽງໂທລະພາບແຫ່ງຊາດຣັດເຊຍເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຄາຊານຂອງຣັດເຊຍ. ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການເລີ່ມດຳເນີນງານວາງສະແດງພິເສດຣັດເຊຍຂອງງານວາງສະແດງໂລກປີ 2024 ທີ່ມີຫົວຂໍ້ວ່າ “ຄວາມເປັນມາຂອງອະລິຍະທຳ ພົບກັບເມືອງບູຮານລຽງຈູ” ຂອງ CMG, CMG ໄດ້ເຊັນສັນຍາຮ່ວມມືກັບຫຼາຍອົງການຂອງຣັດເຊຍ,ພ້ອມທັງໄດ້ອອກອາກາດລາຍການ “ພົບກັບຈີນ” “ຊີວິດຂອງຂ້ອຍຢູ່ເມືອງຈີນ”ແລະລາຍການອື່ນໆທີ່ເປັນລາຍການຜະລິດຮ່ວມກັນລະຫວ່າງສື່ມວນຊົນຈີນ-ຣັດເຊຍ. ຫ້ອງວ່າການທຳນຽບປະທານາທິບໍດີຣັດເຊຍໄດ້ສົ່ງຈົດໝາຍເພື່ອສະແດງຄວາມຊົມເຊີຍຕໍ່ການຈັດກິດຈະກຳດ້ວຍຜົນສຳເລັດຢ່າງຈົບງາມ,ພ້ອມທັງໄດ້ສະແດງຄວາມອວຍພອນອັນດີງາມຕໍ່ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມ.

      ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ,ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳເຫັນວ່າ: CMG ໄດ້ສຸມກຳລັງເຂົ້າໃນການຊຸກຍູ້ການສືບທອດໄມຕີຈິດມິດຕະພາບທຸກເຊັ່ນຄົນລະຫວ່າງຈີນ-ຣັດເຊຍພ້ອມທັງຄວາມເຂົ້າໃຈແລະຄວາມໃກ້ຊິດກັນລະຫວ່າງປະຊາຊົນສອງຊາດ,ຈະຮ່ວມກັບວົງການຕ່າງໆຂອງຣັດເຊຍສ້າງຈຸດສົນໃຈຫຼາຍກວ່າເກົ່າໃຫ້ແກ່ “ປີວັດທະນະທຳຈີນ-ຣັດເຊຍ”,ເພື່ອເຮັດໃຫ້ມິດຕະພາບລະຫວ່າງຈີນ-ຣັດເຊຍສາມາດເປັ່ງ ລັດສະໝີທີ່ສະຫງ່າລາສີກວ່າເກົ່າ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ