ງານສົນທະນາສື່ມວນຊົນບຣິກສຈັດຂຶ້ນຢູ່ຄາຊານ

2024-10-24 14:45:06 cri

 

ວັນທີ 23 ຕຸລານີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ແລະບໍລິສັດວິທະຍຸໂທລະພາບແຫ່ງຊາດຣັດເຊຍທົ່ວປະເທດຫຼືRTR ໄດ້ຮ່ວມກັນເປັນເຈົ້າພາບຈັດງານສົນທະນາສື່ມວນຊົນບຣິກສຢູ່ນະຄອນຄາຊານຂອງຣັດເຊຍ.


 

ງານສົນທະນາຄັ້ງນີ້ມີຫົວຂໍ້ວ່າ: “ແລກປ່ຽນຖອດຖອນບົດຮຽນ, ມີຊາຕາກຳຮ່ວມກັນ”, ຜູ້ຕາງໜ້າລັດຖະບານແລະຜູ້ຮັບຜິດຊອບອົງການສື່ມວນຊົນຂອງປະເທດສະມາຊິກຣິກສໄດ້ດຳເນີນການແລກປ່ຽນຄວາມເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມການເລ່ົາເລື່ອງລາວການຫັນເປັນທັນສະໄໝຂອງປະເທດບຣິກສ, ການເຜີຍແຜ່ຂໍ້ມູນຂ່າວສານຢ່າງຮອບດ້ານ, ຖືກຕ້ອງຕາມຄວາມເປັນຈິງ, ຍຸຕິທຳຕໍ່ທົ່ວໂລກແລະເນື້ອໃນອື່ນໆ.


 

ມີຜູ້ຮັບຜິດຊອບສື່ມວນຊົນ, ຜູ້ຕາງໜ້າລັດຖະບານແລະບຸກຄົນຈາກຄັງປັນຍາຂອງມະຫະວິທະຍາໄລແລະອື່ນໆຂອງຈີນ, ຣັດເຊຍ, ບຣາຊິນ, ອາຟຣິກາໃຕ້ໄດ້ເຂົ້າຮ່ວມງານສົນທະນາຄັ້ງນີ້.