ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີອີຣານ

2024-10-24 15:00:17 cri

      ຕອນບ່າຍວັນທີ 23 ຕຸລານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ມາຊຸດ ເປເຊັສຄຽນ ປະທານາທິບໍດີອີຣານໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດບຣິກສ໌ຄັ້ງທີ 16 ຢູ່ນະຄອນຄາຊານຂອງຣັດເຊຍ.

      ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ບໍ່ວ່າສະພາບການສາກົນແລະພາກພື້ນຈະປ່ຽນແປງໄປແນວໃດກໍຕາມ,ຈີນຈະພັດທະນາການຮ່ວມມືທີ່ມີໄມຕີຈິດມິດຕະພາບກັບອີຣານຢ່າງໝັ້ນໜຽວບໍ່ປ່ຽນແປງ. ຍິນດີຮ່ວມກັບອີຣານສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໜຽວແໜ້ນ,ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ,ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວຢ່າງໝັ້ນທ່ຽງແລະປອດໃສ.

      ທ່ານ ມາຊຸດ ເປເຊັສຄຽນ ກ່າວວ່າ: ອີຣານຫວັງວ່າຈະທຳຄວາມພະຍາຍາມຮ່ວມກັບຈີນ,ຈັດຕັ້ງປະຕິບັດແຜນການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ດີ,ຊຸກຍູ້ແລະລົງເລິກການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເຊື່ອມໂຍງເຊື່ອມຈອດກັນ,ພື້ນຖານໂຄງລ່າງແລະຂົງເຂດອື່ນໆ ເພື່ອໃຫ້ໄດ້ຮັບຜົນງານຫຼາຍກວ່າເກົ່າ.