ວັນທີ 23 ຕຸລານີ້, ກອງປະຊຸມສຸດຍອດບຣິກສຄັ້ງທີ 16 ໄດ້ຈັດຂຶ້ນຢູ່ນະຄອນຄາຊານປະເທດຣັດເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ ໂດຍກ່າວເນັ້ນວ່າ: ຈະສ້າງບຣິກສໃຫ້ກາຍເປັນຊ່ອງທາງສຳຄັນແກ່ການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືຂອງ “ເຂດໂລກໃຕ້” ແລະ ເປັນກຳລັງນຳໜ້າການປະຕິຮູບການບໍລິຫານໂລກ ພ້ອມທັງໄດ້ສົ່ງເສີມໃຫ້ຝ່າຍຕ່າງໆຮ່ວມກັນສ້າງ “ບຣິກສສັນຕິພາບ”, “ບຣິກສທີ່ມີການປະດິດສ້າງໃໝ່”, “ບຣິກສສີຂຽວ”, “ບຣິກສທີ່ມີຄວາມຍຸດຕິທຳ” ແລະ “ບຣິກສວັດທະນະທຳ” ແລະ ຍັງໄດ້ເປີດເຜີຍມາດຕະການຕ່າງໆ ທີ່ເປັນຮູບປະທຳ ເຊິ່ງໄດ້ເຮັດໃຫ້ປະຊາຄົມໂລກສົນໃຈນຳຢ່າງກວ້າງຂວາງ.
ສື່ມວນຊົນທົ່ວໂລກໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ບົດບາດຂອງຈີນ ເປັນຕົ້ນແມ່ນ “ຂໍ້ລິເລີ່ມ 5 ຂໍ້ຂອງທ່ານສີຈິ້ນຜິງຈະຊຸກຍູ້ໃຫ້ການຮ່ວມມືບຣິກສກ້າວຂຶ້ນສູ່ລະດັບໃໝ່”, “ຈີນແມ່ນໜຶ່ງໃນກຳລັງສຳຄັນ ທີ່ຊຸກຍູ້ການຮ່ວມມື ແລະ ການພັດທະນາບຣິກສໃຫຍ່”, “ຄວາມສາມັກຄີຂອງບຣິກສມີຜົນດີຕໍ່ການປັບປຸງລະບຽບໂລກທີ່ມີຫຼາຍຂົ້ວ”. ຄຳປາໄສຂອງທ່ານສີຈິ້ນຜິງໄດ້ຊີ້ແຈງຖານະ ແລະ ຊ່ອງທາງການພັດທະນາໃນທົ່ວໂລກຂອງ “ການຮ່ວມມືບຣິກສໃຫຍ່” ແລະ ໄດ້ສະແດງໃຫ້ເຫັນເຖິງບົດບາດຂອງຈີນທີ່ເປັນການນຳພາມາໂດຍຕະຫຼອດ ເຊິ່ງໄດ້ປະກອບສ່ວນແຜນການຂອງຈີນ ເຂົ້າໃນການຊຸກຍູ້ໃຫ້ “ການຮ່ວມມືບຣິກສໃຫຍ່” ພັດທະນາດ້ວຍຄຸນນະພາບສູງ.
ປັດຈຸບັນ, ຍອດປະລິມານເສດຖະກິດຂອງ “ວົງຄະນາຍາດບຣິກສ” ໄດ້ກວມປະມານ 30% ຂອງໂລກ, ປະຊາກອນກວມເກືອບເຄິ່ງໜຶ່ງ ແລະ ຍອດມູນຄ່າການຄ້າກວມປະມານ 20% ຂອງໂລກ. “ບຣິກສ” ມີຄວາມສາມາດຫຼາຍກວ່າເກົ່າ, ມີລັກສະນະຕົວແທນຫຼາຍກວ່າເກົ່າ ແລະ ມີບົດບາດຂະຫຍາຍວົງກວ້າງອອກ, ໂລກຈະມີຄວາມຫຄອງຄອຍຕໍ່ “ບຣິກສ” ຫຼາຍກວ່າເກົ່າ ໂດຍຫວັງວ່າ “ບຣິກສ”ຈະສາມາດເພີ່ມພະລັງຫຼາຍກວ່າເກົ່າ ແລະ ມີການປະກອບສ່ວນຫຼາຍກວ່າເກົ່າໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.