ທ່ານສີຈິ້ນຜິງ: ຝ່າຍຈີນຈະລິເລີ່ມສ້າງສະຫະພັນການຮ່ວມມືຄັງປັນຍາເຂດໂລກໃຕ້ ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ການຖອດຖອນບົດຮຽນດ້ານການປົກຄອງປະເທດແລະບໍລິຫານການເມືອງລະຫວ່າງປະເທດຕ່າງໆ

2024-10-24 17:23:53 cri

     ຕອນເຊົ້າວັນທີ 24 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາຜູ້ນຳຣິກສ+ຢູ່ສູນປະຊຸມແລະວາງສະແດງຄາຊານຂອງຣັດເຊຍ ພ້ອທັງໄດ້ກ່າວຄຳປາໄສທີ່ສຳຄັນພາຍໃຕ້ຫົວຂໍ້ສຸມກຳລັງທີ່ໃຫຍ່ຫຼວງຂອງເຂດໂລກໃຕ້ ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


     ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຮ່ວມກັນສ້າງອະລິຍະທຳໃຫ້ຈະເລີນ, ບັນລຸຄວາມກົມກຽວຫຼາຍເຄົ້າ. ພວກເຮົາຄວນເປັນກຳລັງຊຸກຍູ້ການຖອດຖອນບົດຮຽນດ້ານອະລິຍະທຳ, ເພີ່ມທະວີການຕິດຕໍ່ສື່ສານແລະການສົນທະນາ, ສະໜັບສະໜູນໃຫ້ແຕ່ລະຝ່າຍເດີນຕາມເສັ້ນທາງຫັນເປັນທັນສະໄໝທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ. ຝ່າຍຈີນຈະລິເລີ່ມສ້າງສະຫະພັນການຮ່ວມມືຄັງປັນຍາເຂດໂລກໃຕ້ ເພື່ອຊຸກຍູ້ການແລກປ່ຽນດ້ານວັດທະນະທຳ ການຖອດຖອນບົດຮຽນດ້ານການປົກຄອງປະເທດ ແລະ ບໍລິຫານການເມືອງລະຫວ່າງປະເທດຕ່າງໆ.