ຄະນະຜູ້ແທນພັກກອມມູນິດຈີນເດີນທາງຢ້ຽມຢາມລາວ

2024-10-24 14:55:58 cri

 

ລະຫວ່າງວັນທີ 22 ຫາ 24 ຕຸລານີ້, ທ່ານສູຊິ່ງຊ່ານ ກຳມະການສູນກາງພັກກອມມູນິດຈີນ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດແລະເອກະສານພັກຂອງສູນກາງພັກກອມມູນິດຈີນໄດ້ນຳພາຄະນະຜູ້ແທນພັກກອມມູນິດຈີນເດີນທາງໄປຢ້ຽມຢາມລາວ, ເພື່ອເຂົ້າຮ່ວມການປາຖະກະຖາເນື້ອໃນຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໃຫ້ພະນັກງານພັກແລະລັດຂອງລາວ, ເຂົ້າຢ້ຽມຄຳນັບທ່ານບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດລາວແລະຜູ້ນຳທ່ານອື່ນໆ, ລົງເລິກປາຖະກະຖາກ່ຽວກັບຈິດໃຈກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ພ້ອມທັງແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງຈີນ-ລາວ, ການໄປມາຫາສູ່ກັນລະຫວ່າງສອງພັກແລະອື່ນໆ.


 

ຝ່າຍລາວໄດ້ຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ມີຄວາມໝາຍສຳຄັນຕໍ່ຈີນແລະຕໍ່ໂລກ, ພ້ອມທັງຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ລົງເລິກຊຸກຍູ້ການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ.