ການບໍລິການແລະຜະລິດຕະພັນທີ່ກ່ຽວຂ້ອງຂອງລະບົບເປີຍໂຕໄດ້ຖືກສົ່ງອອກໄປສູ່ 130 ກວ່າປະເທດ

2024-10-25 15:11:46 cri

 

ວັນທີ 24 ຕຸລານີ້, ກອງປະຊຸມສຸດຍອດສາກົນກ່ຽວກັບການນຳໃຊ້ລະບົບເປີຍໂຕຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນຈູ່ໂຈວແຂວງຫູໜານຂອງຈີນ. ໃນໄລຍະຈັດກອງປະຊຸມໄດ້ປະກາດ “ປຶ້ມປົກສີຟ້າການພັດທະນາຂອງອຸດສາຫະກຳເປີຍໂຕ(2024)” ຢ່າງເປັນທາງການ. ປຶ້ມປົກສີຟ້າໄດ້ສະແດງໃຫ້ເຫັນວ່າ: ການບໍລິການແລະຜະລິດຕະພັນທີ່ກ່ຽວຂ້ອງຂອງລະບົບເປີຍໂຕໄດ້ຖືກສົ່ງອອກໄປສູ່ 130 ກວ່າປະເທດ. ຈີນຕັ້ງໜ້າເຂົ້າຮ່ວມວຽກງານວາງມາດຕະຖານສາກົນ, ໄດ້ປະກາດມາດຕະຖານສາກົນທີ່ກ່ຽວຂ້ອງກັບລະບົບນຳທາງດາວທຽມເປີຍໂຕ້ຫຼາຍສະບັບຕາມລຳດັບ, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແລະການນຳໃຊ້ອຸດສາຫະກຳຂົງເຂດການບິນພົນລະເຮືອນ, ດາວທຽມຄົ້ນຫາກອບກູ້, ວຽກງານທາງທະເລ, ໂທລະຄົມເຄື່ອນທີ່ແລະຂົງເຂດສຳຄັນອື່ນໆ.