ການສະແຫວງຫາການຮ່ວມມືຢ່າງຕັ້ງໜ້າຂອງຍີ່ຫໍ້ລົດຂອງຈີນສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາ ແລະ ການຍົກລະດັບອຸດສາຫະກຳການຜະລິດທົ່ວໂລກ

2024-10-25 15:35:06 cri

ງານວາງສະແດງລົດປາຣີ 2024 ໄດ້ຈັດຂຶ້ນຢູ່ສູນວາງສະແດງ Porte de Versailles ທີ່ນະຄອນຫຼວງປາຣີຂອງຝຣັ່ງໃນລະຫວ່າງວັນທີ 14 ຫາ 20 ຕຸລານີ້. ໃນຖານະເປັນງານວາງສະແດງລົດທີ່ມີປະຫວັດສາດຍາວນານທີ່ສຸດໃນໂລກ, ງານວາງສະແດງລົດປາຣີບໍ່ພຽງແຕ່ເປັນເວທີສຳຄັນສຳລັບວິສາຫະກິດຜະລິດລົດຕ່າງໆໃນການວາງສະແດງລົດລຸ້ນໃໝ່ ແລະ ເຕັກນິກໃໝ່ຂອງຕົນເທົ່ານັ້ນ, ຍັງເປັນເຂັມຊີ້ທິດທ່ວງທ່າການພັດທະນາຂອງອຸດສາຫະກຳລົດທົ່ວໂລກອີກດ້ວຍ. ໃນງານວາງສະແດງລົດດັ່ງກ່າວ, ຍີ່ຫໍ້ລົດຂອງຈີນໄດ້ກວມເອົາປະມານ 1/5 ແລະ ໄດ້ດຶງດູດຄວາມສົນໃຈຢ່າງຫຼວງຫຼາຍຍ້ອນຄວາມໂດດເດັ່ນ ແລະ ກຳລັງການປະດິດສ້າງໃໝ່.

ໜັງສືພິມ The New York Times ຂອງອາເມຣິກາລາຍງານວ່າ: ໃນງານວາງສະແດງລົດປາຣີໃນຄັ້ງນີ້, ຮ້ານວາງສະແດງຂອງ BYD, Leapmotor, Xiaopeng ແລະ ຍີ່ຫໍ້ລົດອື່ນໆຂອງຈີນໄດ້ດຶງດູດຜູ້ເຂົ້າຊົມຫຼາຍກວ່າໝູ່. ສ່ວນເວັບໄຊ Business Insider ຂອງອາເມຣິກາໄດ້ຍ້ອງຍໍວ່າ: ຍີ່ຫໍ້ຂອງຈີນມີຄວາມໂດດເດັ່ນເປັນພິເສດໃນງານວາງສະແດງຄັ້ງນີ້. ເມື່ອປະເຊີນໜ້າກັບກຳແພງພາສີຂອງເອີີຣົບ, ວິສາຫະກິດຜະລິດລົດຂອງຈີນບໍ່ໄດ້ທໍ້ຖອຍ, ແຕ່ພັດໄດ້ວາງສະແດງຜະລິດຕະພັນໃໝ່ ແລະ ເຕັກນິກໃໝ່ຂອງຕົນດ້ວຍທ່າທີທີ່ເປີດກວ້າງ ແລະ ຕັ້ງໜ້າກວ່າເກົ່າ. ຄວາມກ້າຫານ ແລະ ການຕັດສິນໃຈແບບນີ້ ກໍຄືແຫຼ່ງກຳເນີດພະລັງຂັບເຄື່ອນທີ່ເຮັດໃຫ້ອຸດສາຫະກຳການຜະລິດຂອງຈີນມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງໃນການແຂ່ງຂັນໃນໂລກແຫ່ງຍຸກໂລກາພິວັດ.

ການພັດທະນາກ້າວກະໂດດຂຶ້ນຂອງຍີ່ຫໍ້ລົດຂອງຈີນ ເປັນຂີດໝາຍສະແດງໃຫ້ເຫັນວ່າ: ຜະລິດຕະພັນຂອງຈີນກຳລັງຫຼຸດພົ້ນອອກຈາກຄວາມວ່າ “ລາຄາຖືກ” ເຊິ່ງເປັນພາບພົດຂອງຄົນທັງຫຼາຍໃນອະດີດ ແລະ ຫັນເປັນຮູບແບບການພັດທະນາທີ່ຖືການປະດິດສ້າງໃໝ່ດ້ານເຕັກນິກ ແລະ ຄຸນນະພາບສູງເປັນແກນກາງ. ໜັງສືພິມ The Wall Street Journal ຂອງອາເມຣິກາເຄີຍລາຍງານວ່າ: ວິສາຫະກິດຜະລິດລົດຕ່າງປະເທດຂະໜາດໃຫຍ່ແຫ່ງຕ່າງໆທີ່ພັດທະນາຢູ່ຕະຫຼາດຂອງຈີນມາເປັນເວລາດົນນານ ເຊັ່ນ: GE, Volkswagen, Toyota ແລະອື່ນໆ ຕ່າງກໍໄດ້ປະເຊີນໜ້າກັບສະພາບການທີ່ທຸລະກິດຢູ່ຈີນຫຼຸດໜ້ອຍລົງ ຍ້ອນສາເຫດທີ່ວ່າ: “ວິສາຫະກິດລົດໃຊ້ນ້ຳມັນເຊື້ອໄຟໄປບໍ່ທັນບາດກ້າວທີ່ຫັນໄປສູ່ລົດໃຊ້ພະລັງງານໃໝ່”. ສ່ວນຍີ່ຫໍ້ຂອງຈີນໄດ້ລື່ນກາຍວິສາຫະກິດຜະລິດລົດດັ່ງກ່າວ ແລະ ລາຄາກໍຖືກກວ່າຄູ່ແຂ່ງຕ່າງປະເທດຫຼາຍ.

ຍີ່ຫໍ້ລົດຂອງຈີນທີ່ປະສົບຜົນສຳເລັດໃນງານວາງສະແດງລົດປາຣີ ບໍ່ພຽງແຕ່ໄດ້ພິສູດຄວາມສາມາດການແຂ່ງຂັນໃນທົ່ວໂລກຂອງຜະລິດຕະພັນຂອງຈີນເທົ່ານັ້ນ, ຍັງໄດ້ສ່ອງແສງໃຫ້ເຫັນວ່າ: ອຸດສາຫະກຳການຜະລິດຂອງຈີນເຂົ້າຮ່ວມການຮ່ວມມືສາກົນ ແລະ ອ້າແຂນຕ້ອນຮັບໂລກາພິວັດຢ່າງຕັ້ງໜ້າ.