ລັດຖະມົນຕີກະຊວງປ້ອງກັນປະເທດຕູຣາເຄຍກ່າວວ່າ: ພັກກຳມະກອນຊາວເຄີດຫຼື PKK ໄດ້ກໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍຕໍ່ໂຮງງານກະຊວງປ້ອງກັນປະເທດຕູຣາເຄຍ

2024-10-25 15:13:39 cri

 

ຕອນຄ່ຳວັນທີ 23 ຕຸລານີ້, ທ່ານຢາຊາ ກູເລີ ລັດຖະມົນຕີກະຊວງປ້ອງກັນປະເທດຕູຣາເຄຍກ່າວວ່າ: ໃນມື້ດຽວກັນ, ກຳລັງປະກອບອາວຸດຂອງພັກກຳມະກອນຊາວເຄີດຫຼື PKK ໄດ້ກໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍຕໍ່ໂຮງງານແຫ່ງໜຶ່ງຂອງບໍລິສັດອຸດສາຫະກຳການບິນແລະການບິນອະວະກາດຂອງຕູຣາເຄຍ.

 

ຕາມການລາຍງານຈາກສະຖານີໂທລະພາບ NTV ຂອງຕູຣາເຄຍວ່າ: ມີຜູ້ກໍ່ການຮ້າຍຫຼາຍຄົນໄດ້ຂີ່ລົດໄປຮອດໜ້າປະຕູຂອງໂຮງງານແຫ່ງໜຶ່ງຂອງບໍລິສັດອຸດສາຫະກຳການບິນແລະການບິນອະວະກາດຂອງຕູຣາເຄຍ, ແລະໄດ້ຍິງປືນໃສ່ກັນກັບພະນັກງານປ້ອງກັນຄວາມປອດໄພຂອງໂຮງງານ, ຜູ້ກໍ່ການຮ້າຍຈຳນວນໜຶ່ງພະຍາຍາມເຂົ້າໄປໃນຕຶກ. ທ່ານອາລີ ເຢລີຄາຢາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງຕູຣາເຄຍກ່າວວ່າ:ການຫຼອນໂຈມຕີແບບກໍ່ການຮ້າຍຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ, 22 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 2 ຄົນບາດເຈັບສາຫັດ. ຜູ້ກໍ່ການຮ້າຍ 2 ຄົນເຊິ່ງມີຊາຍໜຶ່ງຄົນແລະຍິງໜຶ່ງຄົນຖືກຄາຕະກຳ.