ທ່ານ ສີຈິ້ນຜິງ ຕອບຈົດໝາຍອາຈານແລະນັກສຶກສາທັງໝົດຂອງມະຫາວິທະຍາໄລທະເລຈີນ

2024-10-25 15:17:40 cri

      ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຈົດໝາຍອາຈານແລະນັກສຶກສາທັງໝົດຂອງມະຫາວິທະຍາໄລທະເລຈີນເພື່ອສະແດງຄວາມຊົມເຊີຍຕໍ່ພະນັກງານອາຈານແລະນັກສຶກສາກໍຄືເພື່ອນມິດທັງຫຼາຍຂອງມະຫາວິທະຍາໄລທະເລຈີນເນື່ອງໃນໂອກາດການສ້າງມະຫາວິທະຍາໄລທະເລຈີນຄົບຮອບ 100 ປີ.

      ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຫວັງວ່າບັນດາທ່ານສາມາດຖືການສ້າງມະຫາວິທະຍາໄລທະເລຈີນຄົບຮອບ 100 ປີເປັນຈຸດເລີ່ມຕົ້ນໃໝ່, ພາຍໃຕ້ການຊີ້ນຳນຳພາຈາກຄວາມຕ້ອງການດ້ານການພັດທະນາວິທະຍາສາດເຕັກໂນໂລຊີແລະຍຸດທະສາດແຫ່ງຊາດ, ເພີ່ມທະວີການບຸກທະລຸດ້ານວິທະຍາສາດເຕັກໂນໂລຊີທາງທະເລທີ່ມີລັກສະນະປະດິດສ້າງແລະນຳໜ້າ,ພະຍາຍາມອົບຮົມບົ່ມສ້າງບຸກຄະລາກອນທາງທະເລຜູ້ດີເດັ່ນທີ່ມີຄວາມຝັນສີຟ້າແລະສາມາດແບກຫາບໜ້າທີ່ຮັບຜິດຊອບແຫ່ງຍຸກໄດ້ໃຫ້ຫຼາຍກວ່າເກົ່າ ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະເທດທີ່ເຂັ້ມແຂງ ດ້ານການສຶກສາແລະທະເລ.