ທ່ານ ຫຼີສຽງ ລົງສຳຫຼວດເຮັດວຽກຢູ່ເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍແລະເຂດປົກຄອງຕົນເອງມົງໂກໃນ

2024-10-25 15:21:57 cri


      ທ່ານ ຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ນາຍົກລັດຖະມົນຕີຈີນໄດ້ລົງສຳຫຼວດເຮັດວຽກຢູ່ເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍແລະເຂດປົກຄອງຕົນເອງມົງໂກໃນລະຫວ່າງວັນທີ 22 ຫາ 24 ຕຸລານີ້. ທ່ານກ່າວເນັ້ນໜັກວ່າ: ຕ້ອງລົງເລິກຈັດຕັ້ງປະຕິບັດຈິດໃຈຊີ້ນຳອັນສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບວຽກງານດ້ານການອະນຸລັກລະບົບນິເວດແລະຄວາມປອດໄພດ້ານພະລັງງານແຫ່ງຊາດ, ສຸມໃສ່ແຜນຍຸດທະສາດແຫ່ງຊາດແລະຄວາມຕ້ອງການຂອງສະພາບລວມ,ຍຶດໝັ້ນການຖືລະບົບນິເວດເປັນບຸລິມະສິດແລະການພັດທະນາແບບສີຂຽວ,ບົນພື້ນຖານທ່າແຮງດ້ານຊັບພະຍາກອນ,ເສີມຂະຫຍາຍທ່າແຮງທີ່ມີເອກະລັກພິເສດ,ຊຸກຍູ້ການສ້າງລະບົບໂຄງການປ່າປ້ອງກັນດິນຊາຍ “ຊ່ານເປີຍ” (ພາກຕາເວັນຕົກສຽງເໜືອ,ພາກເໜືອແລະພາກຕາເວັນອອກສຽງເໜືອ)ແລະໂຄງການປັບປຸງລະບົບນິເວດທີ່ສຳຄັນອື່ນໆຢ່າງໜັກແໜ້ນ,ເຮັດວຽກຮັບປະກັນການສະໜອງພະລັງງານໃຫ້ດີ ເພື່ອໃຫ້ການຄ້ຳປະກັນທີ່ແຂງແຮງແກ່ການພັດທະນາທີ່ມີຄຸນນະພາບສູງ.