ຫຼາຍປະເທດກ່າວປະນາມອິດສະຣາແອນທີ່ຫຼອນໂຈມຕີອີຣານທາງອາກາດ

2024-10-27 12:37:15 cri

ວັນທີ 26 ຕຸລານີ້, ອິດສະຣາແອນໄດ້ຫຼອນໂຈມຕີອີຣານທາງອາກາດ, ຫຼາຍປະເທດໄດ້ກ່າວປະນາມຕໍ່ເລື່ອງນີ້.

ກະຊວງການຕ່າງປະເທດຊີຣີໄດ້ອອກຖະແຫຼງການວ່າ: ການກະທຳຂອງອິດສະຣາແອນໄດ້ລ່ວງລ້ຳອະທິປະໄຕເໜືອດິນແດນຂອງອີຣານ ແລະ ຊີຣີ, ໄດ້ລະເມີດກົດໝາຍສາກົນຢ່າງເປີດແປນ. ກະຊວງການຕ່າງປະເທດ ແລະ ຊາວຕ່າງດ້າວລີບັງໄດ້ອອກຖະແຫຼງການໃນວັນທີ 26 ຕຸລານີ້ ໂດຍໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນ ໂດຍສະເພາະແມ່ນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຈົ່ງປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນບໍ່ໃຫ້ການເຄື່ອນໄຫວດ້ານການທະຫານຂອງອິດສະຣາແອນຮຸນແຮງຂຶ້ນຕື່ມ ເຊິ່ງລວມທັງການຮຸກຮານລີບັງເປັນໄລຍະຍາວນານ.

ກະຊວງການຕ່າງປະເທດເອຢິບໄດ້ອອກຖະແຫຼງການວ່າ: ເອຢິບກ່າວປະນາມການເຄື່ອນໄຫວທຸກປະການທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ ພ້ອມທັງເຮັດໃຫ້ສະຖານະການພາກພື້ນມີຄວາມປັ່ນປ່ວນ ແລະ ການປະທະກັນຮຸນແຮງຂຶ້ນອີກ.

ນອກນີ້, ກະຊວງການຕ່າງປະເທດຂອງຕຸຣາເຄຍ, ກາຕາ, ປະກິດສະຖານ ແລະ ລັດຖະບານຊົ່ວຄາວຂອງອັຟການີສະຖານກໍໄດ້ອອກຖະແຫຼງການ ເພື່ອກ່າວປະນາມການເຄື່ອນໄຫວຂອງອິດສະຣາແອນໃນຄັ້ງນີ້.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ