ສະພາກາແດງສາກົນກ່າວວ່າ: ສະຖານະການຢູ່ພາກເໜືອເຂດກາຊາ “ຂ້ຽວຂາດທີ່ສຸດ”

2024-10-27 15:23:57 cri

ສະພາກາແດງສາກົນໄດ້ອອກຖະແຫຼງການໃນວັນທີ 26 ຕຸລານີ້ວ່າ: ປັດຈຸບັນ, ສະຖານະການຢູ່ພາກເໜືອເຂດກາຊາ “ຂ້ຽວຂາດທີ່ສຸດ”.


ຖະແຫຼງການລະບຸວ່າ: ກອງທັບອິດສະຣາແອນໄດ້ອອກຄຳສັ່ງຕໍ່ປະຊາຊົນເຂດກາຊາວ່າຕ້ອງອົບພະຍົບອອກຈາກເຂດກາຊາ, ການຂົນສົ່ງເຄື່ອງຊ່ວຍເຫຼືອຖືກຈຳກັດຢ່າງຕໍ່ເນື່ອງ, ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ເຮັດໃຫ້ປະຊາຊົນເຂດພາກເໜືອກາຊາຕົກຢູ່ໃນສະພາບອັນຕະລາຍທີ່ສຸດ. ໂຮງໝໍທ້ອງຖິ່ນຖືກແຈ້ງວ່າຕ້ອງຍົກຍ້າຍອອກເຂດກາຊາ ເຊິ່ງຈະເຮັດໃຫ້ປະຊາຊົນທີ່ຍັງຢູ່ທ້ອງຖິ່ນນັ້ນປະເຊີນກັບຄວາມສ່ຽງທີ່ຂາດການບໍລິການທາງການແພດ. ຄຽງຄູ່ກັບຄົນເຈັບໃໝ່ຖືກສົ່ງເຂົ້າໂຮງໝໍມາເລື້ອຍໆ, ຊັບພະຍາກອນໂຮງໝໍກໍຂາດເຂີນຫຼາຍ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ