ເວທີເປິກສາຫາລືການແພດພື້ນເມືອງຈີນລະຫວ່າງຈີນ-ເອີຣົບຄັ້ງທໍາອິດຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນ

2024-10-28 11:55:30 CRI

   ເວທີເປິກສາຫາລືການແພດພື້ນເມືອງຈີນລະຫວ່າງຈີນ-ເອີຣົບຄັ້ງທໍາອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກໃນວັນທີ 27 ຕຸລານີ້, ທ່ານ ຈ່າງໂປຫຼີ ບັນດິດສະຖາບັນວິສະວະກໍາຈີນ ອະທິການບໍດີກິຕິມະສັກຂອງມະຫາວິທະຍາໄລການແພດພື້ນເມືອງຈີນທຽນສິນຂອງຈີນໄດ້ເຂົ້າຮ່ວມເວທີເປິກສາຫາລືຄັ້ງນີ້, ໂດຍໄດ້ລົງເລິກເປິກສາຫາລືກັບແຂກຮັບເຊີນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການພັດທະນາການແພດພື້ນເມືອງຈີນ, ການແພດພື້ນເມືອງຈີນກ້າວໄປສູ່ສາກົນ ເປັນຕົ້ນ.

   ໃນໂອກາດນີ້, ທ່ານ ຈ່າງໂປຫຼີ ກ່າວວ່າ: ມາຮອດປັດຈຸບັນ, ການແພດພື້ນເມືອງຈີນໄດ້ເຜີຍແຜ່ໄປຮອດ 190 ກວ່າປະເທດ ແລະ ເຂດແຄວ້ນຢູ່ໃນໂລກ, ໄດ້ສ້າງສູນການແພດພື້ນເມືອງຈີນປະຈໍາຕ່າງປະເທດທີ່ມີຄຸນນະພາບອ່າວສູງ 30 ກວ່າແຫ່ງ ແລະ ສູນການຮ່ວມມືສາກົນການແພດພື້ນເມືອງຈີນ 56 ແຫ່ງ, ພ້ອມທັງໄດ້ຮ່ວມກັບອົງການມາດຕະຖານສາກົນກໍານົດ ແລະ ປະກາດມາດຕະຖານສາກົນສໍາລັບການແພດພື້ນເມືອງຈີນຈໍານວນ 143 ລາຍການ, ນອກນີ້ຍັງໄດ້ສ້າງຕັ້ງສະຫະພັນຢາພື້ນເມືອງຈີນໂລກ ເພື່ອນໍາພາການແພດພື້ນເມືອງຈີນໃຫ້ກ້າວໄປສູ່ສາກົນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ