ຈີນຈະອອກແຮງປະຕິບັດການເຄື່ອນໄຫວໃຊ້ພະລັງງານໝູນວຽນ

2024-10-31 11:40:30 cri

ເມື່ອມໍ່ໆມານີ້,   6 ພາກສ່ວນລັດຖະບານຈີນລວມທັງຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນໄດ້ເຜີຍແຜ່ຄຳເຫັນຊີ້ນຳກ່ຽວກັບການອອກແຮງປະຕິບັດການເຄື່ອນໄຫວໃຊ້ພະລັງງານໝູນວຽນ, ເພື່ອສົ່ງເສີມການສ້າງລະບົບເສດຖະກິດພັດທະນາແບບໝູນວຽນ, ສີຂຽວ ແລະ ກາກບອນຕ່ຳ, ຊຸກຍູ້ການສ້າງໃຫ້ມີຮູບການຜະລິດ ແລະ ວິຖີຊີວິດແບບສີຂຽວແລະກາກບອນຕ່ຳ.

   ຄຳເຫັນຊີ້ນຳສະບັບນີ້ໄດ້ກຳນົດວ່າ: ການໃຊ້ພະລັງງານໝູນວຽນໃນຂົງເຂດສຳຄັນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14ຂອງຈີນໄດ້ຮັບຄວາມຄືບໜ້າທີ່ດີ, ເມື່ອຮອດປີ2025, ການບໍລິໂພກພະລັງງານໝູນວຽນໃນທົ່ວປະເທດຈີນຈະບັນລຸເທົ່າກັບຖ່ານຫີນມາດຕະຖານ1,1ຕື້ໂຕນຂຶ້ນໄປ. ຮູບການຜະລິດແລະການດຳລົງຊີວິດທີ່ນຳໃຊ້ພະລັງງານໝູນວຽນເປັນບຸລິມະສິດໃນບັນດາຂົງເຂດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ15ຂອງຈີນໄດ້ຈໍ່ຕົວຂຶ້ນໂດຍພື້ນຖານ, ເມື່ອຮອດປີ2030,ການບໍລິໂພກພະລັງງານໝູນວຽນໃນທົ່ວປະເທດຈີນຈະບັນລຸເທົ່າກັບຖ່ານຫີນມາດຕະຖານ1,5ຕື້ໂຕນຂຶ້ນໄປ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ