ຈີນບໍ່ຍອມຮັບຜົນການຕັດສິນສຸດທ້າຍຂອງການສືບສວນກ່ຽວກັບແຜນການຕ້ານການອຸດໜູນຕໍ່ລົດພະລັງງານໄຟຟ້າຈີນ

2024-10-31 14:46:37 cri

ວັນທີ 30 ຕຸລານີ້, ໂຄສົກກະຊວງການຄ້າຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບສະຫະພາບເອີຣົບເຜີຍແຜ່ຖະແຫຼງການວ່າດ້ວຍຜົນການຕັດສິນສຸດທ້າຍຂອງການສືບສວນກ່ຽວກັບແຜນການຕ້ານການອຸດໜູນຕໍ່ລົດພະລັງງານໄຟຟ້າຈີນ.



ໃນໂອກາດດັ່ງກ່າວ, ໂຄສົກທ່ານນີ້ຢືນຢັນວ່າ: ຈີນໄດ້ເອົາໃຈໃສ່ຕໍ່ຖະແຫຼງການດັ່ງກ່າວຂອງສະຫະພາບເອີຣົບ, ຂະນະທີ່ຈີນໄດ້ປະກາດມາຫຼາຍຄັ້ງແລ້ວວ່າ: ການສືບສວນກ່ຽວກັບແຜນການຕ້ານການອຸດໜູນຕໍ່ລົດພະລັງງານໄຟຟ້າຈີນຂອງສະຫະພາບເອີຣົບມີຫຼາຍບ່ອນບໍ່ສົມເຫດສົມຜົນ ແລະ ບໍ່ຖືກລະບຽບການ, ເປັນການກະທຳແບບລັດທິປົກປ້ອງການຄ້າທີ່ດຳເນີນການແຂ່ງຂັນແບບບໍ່ເປັນທຳແຕ່ຊ້ຳພັດຖືເອົາການແຂ່ງຂັນທີ່ເປັນທຳມາເປັນຂໍ້ອ້າງ. ຈີນບໍ່ຍອມຮັບ ແລະ ບໍ່ຮັບເອົາຜົນການຕັດສິນດັ່ງກ່າວ ແລະ ໄດ້ຍື່ນຄຳຮ້ອງພາຍໃຕ້ກົນໄກການແກ້ໄຂຂໍ້ຂັດແຍ້ງຂອງອົງການການຄ້າໂລກ. ຈີນຈະສືບຕໍ່ນຳໃຊ້ມາດຕະການທຸກຢ່າງທີ່ຈຳເປັນ ເພື່ອປົກປັກຮັກສາສິດຜົນປະໂຫຍດຂອງວິສາຫະກິດຈີນຢ່າງເດັດດ່ຽວ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ