ກອງປະຊຸມສຳມະນາຄວາມປອດໄພດ້ານການຂົນທາງນ້ຳຂອງກອງປະຊຸມເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 5 ຈັດຂຶ້ນຢູ່ນະຄອນກວາງໂຈ່ວຈີນ

2024-10-31 14:45:28 cri

ວັນທີ 30 ຕຸລານີ້, ກອງປະຊຸມສຳມະນາຄວາມປອດໄພດ້ານການຂົນສົ່ງທາງນ້ຳຂອງກອງປະຊຸມເວທີເປິກສາຫາລືພາກພື້ນອາຊຽນຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຂອງຈີນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມຂອງອົງການກິດຈະການທາງທະເລຂອງກະຊວງຄົມມະນາຄົມຂົນສົ່ງຈີນ, ກົມທາງນ້ຳກະຊວງໂຍທາທິການແລະຂົນສົ່ງລາວ, ອົງການຂົນສົ່ງທາງນ້ຳ ທາງທະເລ ແລະ ວຽກງານທ່າກຳປັ່ນກຳປູເຈຍ, ອົງການຄຸ້ມຄອງອຸດສາຫະກຳກິດຈະການທາງທະເລຟິລິບປິນ ແລະ ຈັດຂຶ້ນໂດຍພະແນກກິດຈະການທາງທະເລກວາງຕຸ້ງຈີນ.



ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ຈຸດສຸມຕ່າງໆ ເປັນຕົ້ນ: ສະພາບຄວາມປອດໄພ ແລະ ທ່າອ່ຽງການພັດທະນາຂອງການຂົນສົ່ງທາງນ້ຳ, ລະບຽບການ ກົນໄກ ແລະ ມາດຕະການຄຸ້ມຄອງຄວາມປອດໄພ ດ້ານການຂົນສົ່ງທາງນ້ຳ, ເວັບໄຊການຮ່ວມມືດ້ານເຕັກນິກຂອງຄວາມປອດໄພດ້ານການຂົນສົ່ງທາງນ້ຳ ແລະ ມາດຕະການຍົກສູງຄວາມປອດໄພຂອງກຳປັ່ນໂດຍສານ, ໄດ້ລົງເລິກຄົ້ນຄວ້າແລະເປິກສາຫາລືຮ່າງ “ແຜ່ນແມ່ບົດ” ທີ່ສົມທົບກັບ “ຖະແຫຼງການຮ່ວມຂອງລັດຖະມົນຕີການຕ່າງປະເທດກ່ຽວກັບການເພີ່ມທະວີການຮ່ວມມືດ້ານຄວາມປອດໄພຂອງການຂົນສົ່ງທາງນ້ຳໃນພາກພື້ນຂອງເວທີເປິກສາຫາລືພາກພື້ນອາຊຽນ”, ໄດ້ອອກຂໍ້ສະເໜີກ່ຽວກັບການປັບປຸງຄວາມປອດໄພດ້ານການຂົນສົ່ງທາງນ້ຳ ເພື່ອຍົກສູງລະດັບການຄຸ້ມຄອງຄວາມປອດໄພຂອງການຂົນສົ່ງທາງນ້ຳໃນພາກພື້ນຢ່າງບໍ່ຢຸດຢັ້ງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ