ຂົວພາສາຈີນຂອງນັກຮຽນມັດທະຍົມຈາກຕ່າງປະເທດທົ່ວໂລກຄັ້ງທີ 17 ໄດ້ຈັດຂຶ້ນຢູ່ນະຄອນທ່ຽນສິນຂອງຈີນໃນວັນທີ 17 ຕຸລານີ້, ຜູ້ເຂົ້າຮ່ວມການແຂ່ງຂັນ 5 ຄົນໄດ້ຜ່ານຈາກການແຂ່ງຂັນ 5 ຮອບ ຄື: ປະຫວັດສາດໃນສະໄໝຊຸນຊິວ ແລະ ຈານກົກ, ຕົວໜັງສືຂອງລາຊະວົງສິນ ແລະ ຮັ້ນ, ມົນສະເໜ່ຂອງລາຊະວົງຖັງ ແລະ ຊົ້ງ, ຈີນໃນສະໄໝປັດຈຸບັນ ແລະ ການແຂ່ງຂັນຮອບສຸດທ້າຍແລ້ວ, ທ້າວສຸວັນໄຊ ຈິດປະສົງຊີງໄດ້ແຊັມໂລກໃນທີ່ສຸດ.
ພາຍຫຼັງການແຂ່ງຂັນສິ້ນສຸດລົງແລ້ວ, ທ້າວສຸວັນໄຊ ຈິດປະສົງໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໂດຍຜ່ານການແຂ່ງຂັນຂົວພາສາຈີນ, ຂ້ອຍໄດ້ຜູກມິດສຳພັນກັບນັກຮຽນທີ່ມາຈາກປະເທດຕ່າງໆ. ຂ້ອຍຢາກມາຮຽນຕໍ່ຢູ່ຈີນ ແລະ ຮຽນພາສາຈີນ. ໃນອະນາຄົດ, ຂ້ອຍຢາກເສີມສ້າງມິດຕະພາບລາວ-ຈີນໃຫ້ໄດ້ດີກວ່າເກົ່າ.
ໃນຊຸມປີຜ່ານມາ, ນັກຮຽນລາວໄດ້ຮຽນພາສາຈີນນັບມື້ນັບຫຼາຍຂຶ້ນ ແລະ ຫຼັກສູດການຮຽນພາສາຈີນກໍຖືກຈັດເຂົ້າໃນລະບົບການສຶກສາແຫ່ງຊາດຂອງລາວ; ໂດຍຜ່ານຈາກກິດຈະກຳວັດທະນະທຳທີ່ຫຼາກຫຼາຍສີສັນ, ເຮັດໃຫ້ນັກຮຽນທັງຫຼາຍໄດ້ຮັບຮູ້ປະເທດຈີນໂດຍກົງ ແລະ ໄດ້ກະຕຸກຊຸກຍູ້ໃຫ້ນັກຮຽນເຫຼົ່ານີ້ມີຄວາມຫ້າວຫັນໃນການຮຽນພາສາຈີນ ແລະ ຊອກຮູ້ວັດທະນະທຳຂອງຈີນຫຼາຍກວ່າເກົ່າ. ປະເທດລາວ ແລະ ຈີນໄດ້ຈັດກິດຈະກຳດ້ານວັດທະນະທຳຊາວໜຸ່ມຂັ້ນຕ່າງໆ, ໄດ້ເພີ່ມຄວາມເຂົ້າໃຈກັນລະຫວ່າງຊາວໜຸ່ມສອງປະເທດ, ໃນນັ້ນ, ຂົວພາສາຈີນທີ່ຈັດຂຶ້ນທຸກປີກໍເປັນໜຶ່ງໃນກິດຈະກຳດັ່ງກ່າວ, ນັກຮຽນລາວທີ່ເຂົ້າຮ່ວມການແຂ່ງຂັນຂົວພາສາຈີນ ລ້ວນແຕ່ຊີງໄດ້ຜົນງານທີ່ດີໃນການແຂ່ງຂັນຮອບຊີງຊະນະເລີດ.
ພາສາ ແລະ ວັດທະນະທຳທີ່ແຕກຕ່າງກັນຈະບໍ່ເປັນອຸປະສັກໃນການແລກປ່ຽນກັນ, ໂດຍຜ່ານການຕິດຕໍ່ພົວພັນ ແລະ ແລກປ່ຽນກັນເລື້ອຍໆ, ຊາວໜຸ່ມລະຫວ່າງປະເທດລາວ ແລະ ຈີນໄດ້ຜູກມິດສຳພັນທີ່ເລິກເຊິ່ງ. ຊາວໜຸ່ມທີ່ໄດ້ຮຽນຮູ້ພາສາ ແລະ ວັດທະນະທຳຂອງສອງປະເທດເຫຼົ່ານີ້ ຍ່ອມຈະສາມາດຊຸກຍູ້ການພົວພັນຈີນ-ລາວຂະຫຍາຍລົງສູ່ລວງເລິກຕື່ມອີກ.