ຈີນ ແລະອິນເດຍບັນລຸແຜນການແກ້ໄຂບັນຫາຊາຍແດນ

2024-11-01 10:28:39 cri


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນເມື່ອວັນທີ 30 ຕຸລານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບທະຫານຈີນ ແລະ ອິນເດຍໄດ້ຖອນກຳລັງຢູ່ເຂດທີ່ມີຄວາມຂັດແຍ້ງກັນຢູ່ຊາຍແດນຂອງສອງປະເທດ.

ທ່ານຫຼິນຈ້ຽນ ກ່າວວ່າ: ຫວ່າງບໍ່ດົນມານີ້, ຈີນ ແລະອິນເດຍໄດ້ບັນລຸແຜນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບຊາຍແດນ, ປັດຈຸບັນ, ທະຫານຂອງສອງຝ່າຍພວມປະຕິບັດວຽກງານທີ່ກ່ຽວຂ້ອງດ້ວຍຄວາມມີລະບຽບ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ