ວັນທີ 31 ຕຸລາແລ້ວນີ້ໃນເວລາເຂົ້າຮ່ວມເວທີເປິກສາຫາລືຄັ້ງໜຶ່ງທີ່ຈັດຂຶ້ນຢູ່ນະຄອນຫຼວງຣີຢັດປະເທດອາຣັບບີ ຊາອຸດິດ, ທ່ານໄຟຊາດ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດກ່າວວ່າ, ໃນໄລຍະຜ່ານມານີ້, ໄດ້ມີຂ່າວກ່ຽວກັບ “ສັນຍາຢຸດຍິງຢູ່ເຂດກາຊາໃກ້ຈະບັນລຸຜົນສຳເລັດ” ຫຼາຍເທື່ອ, ແຕ່ສຸດທ້າຍແລ້ວໄດ້ເຮັດໃຫ້ຄົນທັງຫຼາຍຜິດຫວັງ.
ທ່ານໄຟຊາດ ກ່າວຕື່ມວ່າ, ການເຈລະຈາບໍ່ສາມາດໄດ້ຮັບຜົນສຳເລັດ, ສາຍເຫດສ່ວນໃຫຍ່ກໍຍ້ອນວ່າອິດສະຣາແອນໄດ້ສະເໜີເງື່ອນໄຂໃໝ່, ເງື່ອນໄຂເຫຼົ່ານີ້ລວມທັງອິດສະຣາແອນຍຶດໝັ້ນປະຈຳການທະຫານຢູ່ດິນແດນສ່ວນໜຶ່ງຂອງເຂດກາຊາ ແລະເງື່ອນໄຂອື່ນໆ.