ໃນ 3 ໄຕມາດຂອງປີນີ້, ມູນຄ່າຂາເຂົ້າຂາອອກຂອງເຂດທົດລອງການຄ້າເສລີໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 11,99%

2024-11-01 10:29:24 cri


    ເວັບໄຊຂອງອົງການພາສີຈີນເປີດເຜີຍໃຫ້ຮູ້ວ່າ: ອີງຕາມຂໍ້ມູນສະຖິຕິຂອງອົງການພາສີຈີນ, ໃນ 3 ໄຕມາດຂອງປີນີ້, ມູນຄ່າຂາເຂົ້າຂາອອກຂອງເຂດທົດລອງການຄ້າເສລີໃນທົ່ວປະເທດຈີນໄດ້ບັນລຸເຖິງ 6,090 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 11,99%. ໃນນັ້ນ, ມູນຄ່າສົ່ງອອກບັນລຸເຖິງ 2,740 ຕື້ຢວນ, ເພີ່ມຂຶ້ນ 16,10%, ມູນຄ່ານຳເຂົ້າບັນລຸເຖິງ 3,350 ຕື້ຢວນ, ເພີ່ມຂຶ້ນ 8,83%.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ