ອີງຕາມຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ວັນທີ 1 ພະຈິກນີ້, ຈຸບິນຍານອະວະກາດ “ເສີນໂຈ່ວ18” ແລະ “ເສີນໂຈ່ວ19” ໄດ້ຈັດພິທີມອບ-ຮັບໜ້າທີ່ ໂດຍໄດ້ມອບ-ຮັບກະແຈສະຖານີອະວະກາດຈີນ.
ນັບມາຮອດປັດຈຸບັນ, ຈຸບິນຍານອະວະກາດ “ເສີນໂຈ່ວ18” ໄດ້ເຮັດສຳເລັດພາລະກິດທັງໝົດຕາມແຜນການກຳນົດໄວ້ ແລະຈະກັບຄືນສູ່ສະໜາມລົງຈອດຕົ່ງເຟີ່ງຈີນດ້ວຍຍານອະວະກາດ “ເສີນໂຈ່ວ18”ໃນວັນທີ 4 ພະຈິກນີ້.