ຕອນບ່າຍວັນທີ 1 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຊີນຮ້າວຮຸ່ຍ ຜູ້ວ່າການເຂດບໍລິຫານພິເສດມາເກົາຄົນທີ 6 ທີ່ໄດ້ຮັບການເລືອກຕັ້ງໃໝ່ແລະໄດ້ຮັບການແຕ່ງຕັ້ງໂດຍລັດຖະບານສູນກາງຈີນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ. ວົງການຕ່າງໆແລະຫາງສຽງຂອງມາເກົາເຫັນວ່າ: ການພົບປະດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນຢ່າງເດັດດ່ຽວແລະຄວາມເອົາໃຈໃສ່ຢ່າງເລິກເຊິ່ງຈາກລັດຖະບານສູນກາງຕໍ່ຄວາມຈະເລີນຮຸ່ງເຮືອງສະຖຽນລະພາບແລະການພັດທະນາຂອງມາເກົາ. ວົງການຕ່າງໆຂອງມາເກົາຈະຖືຄຳປາໄສທີ່ສຳຄັນຂອງທ່ານປະທານສີຈິ້ນຜິງເປັນການຊີ້ນຳ, ພະຍາຍາມສຸດຂີດເພື່ອສະໜັບສະໜູນການບໍລິຫານການເມືອງຂອງຜູ້ວ່າການຄົນໃໝ່ແລະອົງການປົກຄອງເຂດບໍລິຫານພິເສດ, ສ້າງຜົນງານໃໝ່ແລະປະກອບສ່ວນອັນໃໝ່ເຂົ້າໃນການສ້າງສະພາບໃໝ່ແຫ່ງພາລະກິດ “ປະເທດດຽວ ສອງລະບອບ” ຂອງເຂດມາເກົາ.