ທ່ານສີຈິ້ນຜິງສົ່ງສານໄປຍັງສົມເດັດເຟລິເປ Ⅵ ເຈົ້າຊີວິດແອັດສະປາຍເພື່ອສະແດງຄວາມເສຍໃຈຕໍ່ແອັດສະປາຍທີ່ໄດ້ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ

2024-11-03 12:28:27 CRI

     ວັນທີ 2 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງສົມເດັດເຟລິເປ ເຈົ້າຊີວິດແອັສະປາຍເພື່ອສະແດງຄວາມເສຍໃຈຕໍ່ແອັສະປາຍທີ່ໄດ້ປະສົບໄພນ້ຳຖ້ວມຢ່າງໜັກໜ່ວງ.


     ເນື້ອໃນສານຂອງທ່ານສີຈິ້ນຜິງຂຽນວ່າ: ຂ້າພະເຈົ້າຮູ້ສຶກຕົກໃຈຫຼາຍທີ່ໄດ້ຮູ້ຂ່າວກ່ຽວກັບຫຼາຍແຫ່ງຂອງແອັດສະປາຍເກີດໄພນ້ຳຖ້ວມຢ່າງໜັກໜ່ວງ ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ ພ້ອມທັງໄດ້ສ້າງຄວາມເສຍຫາຍດ້ານຊັບສິນຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງເລິກເຊິ່ງຕໍ່ຜູ້ປະສົບເຄາະຮ້າຍ ພ້ອມທັງສະແດງຄວາມຢື້ຢາມຖາມຂ່າວດ້ວຍຄວາມຈິງໃຈຕໍ່ຄອບຄົວຜູ້ປະສົບເຄາະຮ້າຍ ແລະຜູ້ບາດເຈັບ. ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳສຳພາຂອງສົມເດັດເຟລິເປ ແລະ ລັດຖະບານແອັສະປາຍ, ປະຊາຊົນເຂດປະສົບໄພຈະສາມາດເອົາຊະນະໄພທຳມະຊາດ ແລະ ສ້າງບ້ານແປງເມືອງຄືນໃໝ່ໂດຍໄວເທົ່າທີ່ຈະໄວໄດ້ຢ່າງແນ່ນອນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ