ປະກາດໂຄງການຊຽງໄຮ້ການພັດທະນາທີ່ມີຄຸນນະພາບສູງຂອງ CMG ເປີດປ້າຍພື້ນຖານການຜະລິດຮູບເງົາແລະລະຄອນໂທລະພາບພາກເປັນຫຼາຍພາສາ

2024-11-05 14:50:52 cri

 

ວັນທີ 4 ພະຈິກນີ້, ພິທີປະກາດໂຄງການຊຽງໄຮ້ການພັດທະນາທີ່ມີຄຸນນະພາບສູງຂອງວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ຈັດຂຶ້ນຢູ່ສູນສື່ມວນຊົນສາກົນຊຽງໄຮ້. ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ແລະທ່ານຈ້າວເຈ່ຍມີງ ຄະນະປະຈຳຄະນະກຳມະການພັກກອມມູນິດຈີນນະຄອນຊຽງໄຮ້ໄດ້ເຂົ້າຮ່ວມກິດຈະກຳແລະໄດ້ຮ່ວມກັນເປີດປ້າຍພື້ນຖານການການຜະລິດຮູບເງົາແລະລະຄອນໂທລະພາບພາກເປັນຫຼາຍພາສາແຫ່ງຊາດ.


 

ໃນພິທີຄັ້ງນີ້ໄດ້ແນະນຳຮູບເງົາທີ່ພາກພາສາດ້ວຍເຕັກນິກປັນຍາປະດິດຫຼື AI ຊຸດທຳອິດທີ່ຮ່ວມກັນຜະລິດໂດຍສູນການຜະລິດຮູບເງົາແລະລະຄອນໂທລະພາບພາກພາສາຕ່າງປະເທດຂອງ CMG ແລະບໍລິສັດໃຫຍ່ໂທລະພາບສາກົນຈີນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ