ເຮັດໃຫ້ຕະຫຼາດໃຫຍ່ຂອງຈີນກາຍເປັນກາລະໂອກາດໃຫຍ່ຂອງໂລກ

2024-11-06 17:20:18 cri



ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ7ໄດ້ໄຂຂຶ້ນຢູ່ກຳແພງນະຄອນຊຽງໄຮ້ ປະເທດຈີນໃນວັນທີ 5 ພະຈິກນີ້. ງານວາງສະແດງຄັ້ງນີ້ມີເນື້ອທີ່ການວາງສະແດງຫຼາຍກວ່າ 420.000 ຕາແມັດ, ມີ 152 ປະເທດ, ເຂດແຄວ້ນ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມການວາງສະແດງ. ນອກນີ້ ຍັງໄດ້ຈັດກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວຄັ້ງທີ7 ເຊິ່ງຈັດຂຶ້ນຄຽງຄູ່ກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້.

  

 ວັນທີ 5 ພະຈິກ2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ5ໂດຍຊີ້ອອກວ່າ: “ເມື່ອ5ປີກ່ອນ, ຂ້າພະເຈົ້າໄດ້ປະກາດຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຈຸດປະສົງ ແມ່ນເພື່ອເປີດກວ້າງການເປີດປະຕູສູ່ພາຍນອກ, ເຮັດໃຫ້ຕະຫຼາດໃຫຍ່ຂອງຈີນກາຍເປັນກາລະໂອກາດໃຫຍ່ຂອງໂລກ” ທັດສະນະທີ່ມີວິໄສທັດເບິ່ງກວ້ງາມອງໄກຄືແບບນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນໃນການສຸມໃສ່ເປີດກວ້າງການເປີດປະຕູສູ່ພາຍນອກ, ຮ່ວມກັບບັນດາປະເທດສ້າງເສດຖະກິດໂລກແບບເປີດກວ້າງ.

 

ຕະຫຼາດໃຫຍ່ບົ່ມເພາະກາລະໂອກາດໃຫຍ່, ກາລະໂອກາດໃຫຍ່ສ້າງຜົນປະໂຫຍດໃຫ້ຕະຫຼາດໃຫຍ່ຄືນ.

 

ໄປຄຽງຄູ່ກັບເສດຖະກິດຈີນພັດທະນາໄປຢ່າງວ່ອງໄວ ແລະ ປະຊາຊົນຈີນມີລາຍຮັບເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຄົນຈີນມີຄວາມຕ້ອງການນັບມື້ນັບເພີ່ມຂຶ້ນຕໍ່ສິນຄ້າແລະການບໍລິການທີ່ມີຄຸນນະພາບສູງ ແລະ ມີຄວາມຫຼາກຫຼາຍ. ພ້ອມດຽວກັນນັ້ນ, ຕະຫຼາດບໍລິໂພກຂອງຈີນທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ ຍັງໄດ້ສະໜອງຊ່ອງທາງຕະຫຼາດອັນກວ້າງຂວາງກວ່າເກົ່າໃຫ້ແກ່ວິສາຫະກິດ, ສິນຄ້າ ແລະການບໍລິການຂອງປະເທດຕ່າງໆຢູ່ໃນໂລກ.

 

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແມ່ນທ່ານ ສີຈິ້ນຜິງ ປະທານປະເທດຈີນວາງແຜນ ແລະ ຊຸກຍູ້ດ້ວຍຕົນເອງ, ເປັນງານວາງສະແດງລະດັບຊາດທີ່ຖືເອົາການນຳເຂົ້າເປັນຫົວຂໍ້ຫຼັກງານທຳອິດຢູ່ໃນໂລກຈົນມາເຖິງປັດຈຸບັນ. ມາເຖິງປີນີ້ແມ່ນໄດ້ຈັດຂຶ້ນແລ້ວ 7 ຄັ້ງ.

 

ນັບຕັ້ງແຕ່ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດຈັດຂຶ້ນໃນປີ2018ເປັນຕົ້ນມາ, ງານວາງສະແດງດັ່ງກ່າວໄດ້ເສີມຂະຫຍາຍບົດບາດກາຍເປັນເວທີຢ່າງຕໍ່ເນື່ອງໃນດ້ານການຈັດຊື້ສາກົນ, ການສົ່ງເສີມການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານການເປີດປະຕູສູ່ພາຍນອກ. ອີງຕາມສະຖິຕິ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນ6ຄັ້ງຜ່ານມາໄດ້ວາງສະແດງຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະການບໍລິການໃໝ່ທີ່ມີລັກສະນະເປັນຕົວແທນ ນຳສະເໜີອອກສູ່ສາຍຕາຊາວໂລກເປັນຄັ້ງທຳອິດຈຳນວນເກືອບ 2.500 ຢ່າງ, ນັບລວມແລ້ວມີຍອດມູນຄ່າທີ່ມີເຈດຈຳນົງຈະເຊັນສັນຍາຊື້ຂາຍກັນບັນລຸເຖິງ 420 ຕື້ໂດລາ.

 



ວັນທີ 5 ພະຈິກ2020, ຢູ່ຊຽງໄຮ້ ລົດກິລາທັນສະໄຫມຂອງເຢຍລະມັນເປີດເຜີຍໂສມຫນ້າໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ

ທ່າແຮງດ້ານຄວາມຕ້ອງການໃນຕະຫຼາດທີ່ມີຂະໜາດໃຫຍ່ພິເສດ, ຊ່ອງທາງໃໝ່ທີ່ເກີດມາຈາກການປັບປຸງຍົກລະດັບໂຄງປະກອບອຸດສາຫະກຳ, ການຫັນປ່ຽນແຮງຂັບເຄື່ອນເກົ່າເປັນແຮງຂັບເຄື່ອນໃໝ່, ການພັດທະນາແບບປະສານກົມກຽວ, ການພັດທະນາຕາມທິດສີຂຽວ ແລະອື່ນໆ ທັງໝົດນີ້ໄດ້ສ້າງໃຫ້ເປັນກາລະໂອກາດທີ່ບໍ່ມີຂອບເຂດໃຫ້ແກ່ວິສາຫະກິດຂອງປະເທດຕ່າງໆຢູ່ໃນໂລກໃນດ້ານການລົງທຶນຢູ່ຈີນ, ລົງເລິກພັດທະນາທຸລະກິດຢູ່ຈີນ ແລະ ໄດ້ຮັບຜົນປະໂຫຍດຢູ່ຈີນ.

 

ຊຸມປີຜ່ານມານີ້, ຜະລິດຕະພັນໃໝ່ ແລະ ເຕັກນິກໃໝ່ໃນຂົງເຂດວິທະຍາສາດເຕັກໂນໂລຊີ, ອຸດສາຫະກຳ, ການອະນຸລັກສິ່ງແວດລ້ອມ, ຢາປົວພະຍາດ ເປັນຕົ້ນໄດ້ວາງສະແດງຢູ່ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນເລື້ອຍໆ. ສຳລັບປະຊາຊົນຈີນແລ້ວ, ຈາກ “ໄດ້ເຫັນ” ຮອດ “ເຂົ້າເຖິງ” ແມ່ນໃຊ້ເວລານັບມື້ນັບສັ້ນເຂົ້າ ເນື່ອງຈາກສິນຄ້າທີ່ດີຈຳນວນຫຼາຍຈົນນັບບໍ່ຖ້ວນທີ່ມາຈາກທົ່ວໂລກໄດ້ຊອກເຫັນໂອກາດຢູ່ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ.

 

  ອີງຕາມສະຖິຕິສະແດງໃຫ້ເຫັນວ່າ: ນັບຕັ້ງແຕ່ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດເປັນຕົ້ນມາ, ນັບລວມແລ້ວ, ມີວິສາຫະກິດຕ່າງປະເທດ ແລະ ອົງການສົ່ງເສີມການລົງທຶນທັງໝົດຫຼາຍກວ່າ 1.130 ແຫ່ງໄດ້ເດີນທາງໄປແຫ່ງຕ່າງໆຂອງປະເທດຈີນເພື່ອຈັບຄູ່ດຳເນີນທຸລະກິດຢ່າງຖືກເປົ້າໝາຍ. ໃນນີ້ ວິສາຫະກິດຈຳນວນຫຼາຍໄດ້ອີງໃສ່ໂອກາດຈາກການພັດທະນາຄວາມທັນສະໄໝແບບຈີນ, ໂດຍຫັນປ່ຽນຈາກຜູ້ເຂົ້າຮ່ວມງານວາງສະແດງກາຍເປັນຜູ້ລົງທຶນ ໂດຍໄດ້ສ້າງຕັ້ງຮ້ານໃໝ່, ໂຮງງານໃໝ່ ກໍຄືສູນຄົ້ນຄວ້າພັດທະນາແຫ່ງໃໝ່ຢູ່ຈີນ. ສຳລັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ7, ມີວິສາຫະກິດຊັ້ນນຳ500ແຫ່ງຂອງໂລກ ແລະ ວິສາຫະກິດຫົວແຖວໜ້າໃນຂະແໜງການຕ່າງໆຂອງໂລກ 297 ແຫ່ງໄດ້ເຂົ້າຮ່ວມງານ ເຊິ່ງສ້າງສະຖິຕິເປັນປະຫວັດສາດ.

 

“ເມື່ອໂລກພັດທະນາໄດ້ດີແລ້ວ, ຈີນຈຶ່ງຈະພັດທະນາໄດ້ດີ, ເມືີ່ອຈີນພັດທະ ນາໄດ້ດີແລ້ວ, ໂລກຈຶ່ງຈະດີຂຶ້ນກວ່າເກົ່າ. ”

 

ເດືອນພະຈິກປີ2020 ໃນເວລາກ່າວຄຳປາໄສສຳຄັນໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ3,ທ່ານສີຈິ້ນຜິງ ໄດ້ຊີ້ແຈງຢ່າງເລິກເຊິ່ງຈາກແງ່ມູມການສ້າງສະພາບການພັດທະນາແບບໃໝ່ວ່າ: ຮອບໝູນວຽນທັງພາຍໃນແລະສາກົນທີ່ເປີດກວ້າງກວ່າເກົ່າບໍ່ພຽງແຕ່ເປັນຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຈີນເອງເທົ່ານັ້ນ, ຍັງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດຫຼາຍກວ່າເກົ່າຕື່ມອີກ.

 

ເພື່ອເຮັດໃຫ້ປະເທດຫຼາຍກວ່າເກົ່າໄດ້ແບ່ງປັນຜົນປະໂຫຍດຈາກການພັດທະນາຂອງຈີນ, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນນັບຕັ້ງແຕ່ຈັດງານຄັ້ງທຳອິດເປັນຕົ້ນມາແມ່ນໄດ້ເຊື້ອເຊີນປະເທດດ້ອຍພັດທະນາທີ່ສຸດເຂົ້າຮ່ວມງານຢ່າງກວ້າງຂວາງ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນ6ຄັ້ງຜ່ານມາໄດ້ສະໜອງຮ້ານວາງສະແດງມາດຕະຖານໂດຍບໍ່ເສຍຄ່າຫຼາຍກວ່າ 400 ຮ້ານໃຫ້ແກ່ປະເທດດ້ອຍພັດທະນາທີ່ສຸດຂອງອາຟຣິກກາ.

 

ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ6ທີ່ຈັດຂຶ້ນເມື່ອປີ2023, “ເຂດວາງສະແດງຜະລິດຕະພັນກະສິກຳອາຟຣິກກາ”ແມ່ນໄດ້ໂຮມສູນວາງສະແດງສິນຄ້າຂອງວິສາຫະກິດສົ່ງອອກຜະລິດຕະພັນກະສິກຳ20ແຫ່ງຈາກ9ປະເທດດ້ອຍພັດທະນາທີ່ສຸດຂອງອາຟຣິກາເຊັ່ນ: ຊູດັງແລະເບແນງເປັນຕົ້ນ. ໃນໄລຍະຈັດງານວາງສະແດງ, ວິສາຫະກິດຈີນຫຼາຍກວ່າ300ແຫ່ງໄດ້ພົບປະນັກທຸລະກິດອາຟຣິກາທີ່ເຂົ້າຮ່ວມງານ, ເຊິ່ງມີມູນຄ່າທີ່ມີເຈດຈຳນົງຈະເຊັນສັນຍາຊື້ຂາຍລື່ນຕົວເລກຄາດໝາຍ. ນັກທຸລະກິດອາຟຣິກາໄດ້ອຸທານຂຶ້ນມາວ່າ “ນີ້ເປັນກາລະໂອກາດຄັ້ງໜຶ່ງ ຕ້ອງມາແນ່ນອນ.”

 



ວັນທີ 9 ພະຈິກ2023, ຢູ່ຊຽງໄຮ້ ຜູ້ຊົມກຳລັງຢ້ຽມຊົມຫໍວາງສະແດງເວເນຊູແອລາໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ

ບໍ່ວ່າຈະເປັນປະເທດທີ່ພັດທະນາແລ້ວ ຫຼື ປະເທດດ້ອຍພັດທະນາທີ່ສຸດ, ບໍ່ວ່າຈະເປັນວິສາຫະກິດຊັ້ນນຳ500ແຫ່ງຂອງໂລກ ຫຼື ບໍລິສັດສ້າງຕັ້ງໃໝ່, ບໍ່ວ່າຈະເປັນອຸດສາຫະກຳການຜະລິດແບບອັດສະລິຍະຫຼື ຜະລິດຕະພັນກະສິກຳ… ຢູ່ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ວິສາຫະກິດຂອງປະເທດຕ່າງໆມີໂອກາດສະເໝີພາບກັນ, ຮ່ວມກັນກ້າວເດີນໄປຂ້າງໜ້າ, ສັນຍາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສະບັບຕ່າງໆເປັນຂີດໝາຍສະແດງໃຫ້ເຫັນເຖິງຜົນງານສຳຄັນແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

 

ປີ2023, ທ່ານນາງ ອັນນາ ເບີນາບິກ  ນາຍົກລັດຖະມົນຕີແຊັກບີໃນເວລານັ້ນໄດ້ປະກອບຄຳເຫັນໃນພີທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ6 ແລະ ກອງປະຊຸມເວທີເປິກສາຫາລືເສດຖະກິດສາກົນຫົງສຽວວ່າ: “ແຊັກບີເປັນໜຶ່ງໃນປະເທດທີ່ຮັບຮູ້ເຖິງຄວາມສຳຄັນຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນກ່ອນໝູ່, ຈຶ່ງໄດ້ເຂົ້າຮ່ວມງານທຸກຄັ້ງ. ຜ່ານຈາກຊ່ອງທາງນີ້, ແຊັກບີໄດ້ດຶງດູດນັກລົງທຶນຈີນເປັນຈຳນວນຫຼວງຫຼາຍ.”

 

ທ່ານນາງ ດິວມາ ຣູສເຊຟ ອະດີດປະທານາທິບໍດີບຣາຊີນເຄີຍໃຫ້ສຳພາດຕໍ່ສື່ມວນຊົນວ່າ: “ການເຄົາລົບວັດທະນະທຳທີ່ແຕກຕ່າງກັນ, ເຄົາລົບຄວາມຫຼາກຫຼາຍດ້ານອະລິຍະທຳ, ສະແຫວງຫາການຮ່ວມກັນຊົມໃຊ້ຜົນງານດ້ານການພັດທະນາ ແລະ ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ແນວຄິດ ແລະ ຈຸດຢືນຕ່າງໆຂອງຈີນໄດ້ນຳເອົາຄວາມຫວັງ ແລະຄວາມກ້າວໜ້າມາໃຫ້ແກ່ປະຊາຊົນຫຼາຍຕື້ຄົນ ກໍຄືໜ່ວຍໂລກທີ່ພວກເຮົາອາໄສຢູ່ຮ່ວມກັນ.”

 

ການເປີດປະຕູສູ່ພາຍນອກເປັນແຮງຂັບເຄື່ອນທີ່ສຳຄັນຂອງຄວາມກ້າວໜ້າດ້ານອະລິຍະທຳມວນມະນຸດ, ເປັນເສັ້ນທາງທີ່ຕ້ອງເດີນຜ່ານແຫ່ງການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຂອງໂລກ ແລະຍັງເປັນສັນຍາລັກອັນໂດດເດັ່ນທີ່ສຸດຂອງຈີນໃນຍຸກປັດຈຸບັນ.

 

ປີ2018, ໃນເວລາກ່າວຄຳປາໄສສຳຄັນຕໍ່ພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ຈີນເປັນເຈົ້າການເປີດກວ້າງການນຳເຂົ້າສິນຄ້າ, ມັນບໍ່ແມ່ນນະໂຍບາຍຊົ່ວຄາວ, ຫາກເປັນການພິຈາລະນາໄລຍະຍາວທີ່ຫັນໜ້າໄປສູ່ໂລກ, ຫັນໜ້າໄປສູ່ອະນາຄົດ ແລະ ສົ່ງເສີມການພັດທະນາຮ່ວມກັນ.”

 

ເມື່ອປະເຊີນໜ້າກັບການປ່ຽນແປງຂອງຍຸກສະໄໝ, ຄວາມຕັດສິນໃຈຂອງຈີນທີ່ຍຶດໝັ້ນການເປີດປະຕູສູ່ພາຍນອກໃນລະດັບສູງແມ່ນບໍ່ມີການປ່ຽນແປງຢ່າງສະເໝີຕົ້ນສະເໝີປາຍ.

 

ເມື່ອເບິ່ງໄປອະນາຄົດ, ການພັດທະນາໃໝ່ຂອງຈີນຍ່ອມຈະອຳນວຍກາລະໂອກາດໃໝ່ຫຼາຍກວ່າເກົ່າໃຫ້ແກ່ໂລກ, ຕະຫຼາດໃຫຍ່ຂອງຈີນ ຍ່ອມຈະກາຍເປັນກາລະໂອກາດໃຫຍ່ຂອງໂລກເຊັ່ນດຽວກັນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ