ທ່ານສີຈິ້ນຜິງໃຫ້ທິດຊີ້ນຳອັນສຳຄັນແກ່ວຽກງານສັງຄົມ

2024-11-07 14:57:28 cri

ຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ທິດຊີ້ນຳອັນສຳຄັນແກ່ວຽກງານສັງຄົມ ໂດຍຊີ້ອອກວ່າ: ວຽກງານສັງຄົມແມ່ນສ່ວນປະກອບອັນສຳຄັນຂອງວຽກພັກແລະລັດ, ກ່ຽວຂ້ອງກັບການກຳອຳນາດໃນໄລຍະຍາວຂອງພັກແລະຄວາມໝັ້ນຄົງຍາວນານຂອງຊາດ, ກ່ຽວຂ້ອງກັບຄວາມກົມກຽວແລະສະຖຽນລະພາບຂອງສັງຄົມພ້ອມທັງຄວາມສະຫງົບສຸກຂອງປະຊາຊົນ. ຕ້ອງຍຶດໝັ້ນຖືເອົາແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຜັນຂະຫຍາຍຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ແລະກອງປະຊຸມຄົບຄະນະຄັ້ງທີ 2 ແລະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ຢ່າງຮອບດ້ານ, ຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງ, ເດີນຕາມເສັ້ນທາງບໍລິຫານສັງຄົມຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ຊຸກຍູ້ວຽກງານສັງຄົມໃນຍຸກໃໝ່ໃຫ້ໄດ້ຮັບການພັດທະນາທີ່ມີຄຸນນະພາບສູງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ