ລົດໄຟຈີນ-ລາວຊ່ວຍຊຸກຍູ້ການພັດທະນາແບບເຊື່ອມໂຍງຂອງເສດຖະກິດອະນຸພາກພື້ນແມ່ນ້ຳຂອງ

2024-11-07 15:22:02 cri

 

ຕາມຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວໄດ້ເປີດລົດໄຟຂົນສົ່ງຜູ້ໂດຍສານຫຼາຍກວ່າ 60.000 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານເຖິງ 41,7 ລ້ານເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 46,7 ລ້ານໂຕນ, ໃນນັ້ນປະລິມານສິນຄ້າຂ້າມຊາຍແດນມີເຖິງ 10,7ລ້ານໂຕນ, ໂດຍອາໄສຈຸດພິເສດຂອງລົດໄຟຈີນ-ລາວທີ່ປະຢັດ, ມີປະສິດທິພາບສູງແລະມີຄວາມສະດວກສະບາຍ, ເສັ້ນທາງສາຍນີ້ໄດ້ກາຍເປັນຊຸມທາງຄົມມະນາຄົມທີ່ສຳຄັນລະຫວ່າງຈີນ-ລາວແລະພາກພື້ນອາຊີຕາເວັນອອກສຽງໃຕ້ເຊິ່ງໄດ້ເພີ່ມກຳລັງແຮງໃໝ່ເຂົ້າໃນຄວາມຈະເລີນຮຸ່ງເຮືອງດ້ານການຄ້າແລະການພັດທະນາດ້ານເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ, ໄດ້ສະແດງໃຫ້ເຫັນບົດບາດທີ່ສຳຄັນຂອງລົດໄຟຈີນ-ລາວໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ການແລກປ່ຽນດ້ານວັດທະນະທຳ, ແລະຄວາມຈະເລີນຮຸ່ງເຮືອງດ້ານການຄ້າໃນພາກພື້ນຢ່າງເຕັມທີ່.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ