ເລີ່ມຈັດກິດຈະກຳ "ໄລຍະເວລາຈີນ" ແລະ "ງານວາງສະແດງຮູບເງົາ-ໂທລະພາບຈີນ"ຢູ່ເປຣູ

2024-11-09 17:19:04 cri


   ພິທີລິເລີ່ມຈັດກິດຈະກຳ "ໄລຍະເວລາຈີນ" ເປຣູ ແລະ "ງານວາງສະແດງຮູບເງົາ-ໂທລະພາບຈີນ"ຢູ່ເປຣູ ໄດ້ຈັດຂຶ້ນຢູ່ນະຄອນຫຼວງລີມາຂອງເປຣູໃນວັນທີ 6 ເດືອນພະຈິກນີ້.

   ທ່ານ ເອັດຮວາໂດ ຊາຮຸອານາ ປະທານສະພາແຫ່ງຊາດເປຣູ ໄດ້ສົ່ງສານຊົມເຊີຍ ແລະ ເນັ້ນໜັກວ່າ, ດ້ວຍຄວາມມານະພະຍາຍາມຮ່ວມຂອງສອງຝ່າຍ, ການແລກປ່ຽນດ້ານວັດທະນະທຳລະຫວ່າງເປຣູ ແລະ ຈີນຍ່ອມຈະໄດ້ຮັບ ຜົນງານອັນອຸດົມສົມບູນກວ່າເກົ່າ ແລະ ມີບົດບາດອັນຕັ້ງຫນ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຊຸກຍູ້ການໄປມາຫາສູ່ກັນດ້ວຍໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ.

   ແຂກຈີນໄດ້ສະແດງຄວາມຍິນດີທີ່ເພີ່ມທະວີການແລກປ່ຽນແລະການຮ່ວມມືກັບເປຣູຕື່ມອີກໃນດ້ານນະໂຍບາຍຄຸ້ມຄອງ, ການວາງແຜນອຸດສາຫະກຳ, ການສ້າງເນື້ອໃນ, ການຄົ້ນຄວ້າແລະພັດທະນາເຕັກໂນໂລຊີ, ການຝຶກອົບຮົມບຸກຄະລາກອນແລະດ້ານອື່ນໆໃນຂົງເຂດວິທະຍຸ, ໂທລະພາບແລະອິນເຕີເນັດ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ