ເປັນຫຍັງຈີນຈຶ່ງເປີດເຜີຍເສັ້ນພື້ນຖານນ່ານທະເລເກາະຫວງເຢນໃນເວລານີ້?

2024-11-12 17:31:49 cri

ວັນທີ 10 ພະຈິກນີ້, ລັດຖະບານຈີນໄດ້ອອກຖະແຫຼງການກ່ຽວກັບເສັ້ນພື້ນຖານນ່ານທະເລເກາະຫວງເຢນຂອງຈີນ ໂດຍໄດ້ປະກາດເສັ້ນພື້ນຖານນ່ານທະເລເກາະຫວງເຢນ ສປ ຈີນ. ນັກວິເຄາະຊີ້ອອກວ່າ: ເລື່ອງນີ້ບໍ່ພຽງແຕ່ເປັນການປະກາດຢ່າງຈະແຈ້ງກ່ຽວກັບອະທິປະໄຕເໜືອເກາະຫວງເຢນຂອງຈີນເທົ່ານັ້ນ, ແຕ່ຍັງຈະມີຜົນດີຕໍ່ການບໍລິຫານເຂດທະເລທີ່ກ່ຽວຂ້ອງໃນໄລຍະຕໍ່ໄປອີກດ້ວຍ.

ເກາະຫວງເຢນເປັນດິນແດນຂອງຈີນມາໂດຍຕະຫຼອດ, ຈີນໄດ້ຄົ້ນພົບ ແລະ ຕັ້ງຊື່ໃຫ້ເກາະຫວງເຢນກ່ອນໝູ່ ພ້ອມທັງໄດ້ຈັດເອົາເກາະຫວງເຢນເຂົ້າໃນຜືນແຜ່ນດິນຂອງຈີນ ແລະ ປະຕິບັດການຄຸ້ມຄອງອະທິປະໄຕ. ປະຫວັດສາດໄດ້ບັນທຶກໄວ້ວ່າ: ໃນປີ 1279, ທ່ານໂກ່ໂສຈິ້ງ ນັກດາລາສາດຈີນທີ່ມີຊື່ສຽງໃນສະໄໝລາຊະວົງຢວນ ໄດ້ດຳເນີນ “ການວັດແທກ ແລະ ສຳຫຼວດດາລາສາດຢູ່ສີ່ທະເລ” ຕາມຄຳສັ່ງຂອງເຈົ້າຊີວິດ, ສ່ວນຈຸດວັດແທກຂອງທະເລຈີນໃຕ້ກໍແມ່ນຕັ້ງຢູ່ເກາະຫວງເຢນ. ຫຼັງຈາກນັ້ນ, ແຜນທີ່ທາງການທຸກສະບັບໃນຍຸກຕ່າງໆຂອງຈີນຕ່າງກໍໄດ້ໝາຍເກາະຫວງເຢນເປັນຜືນແຜ່ນດິນຂອງຈີນ. ເກາະຫວງເຢນຢູ່ໃຕ້ສັງກັດດ້ານການຄຸ້ມຄອງບໍລິຫານຂອງແຂວງກວາງຕຸ້ງ ແລະ ແຂວງໄຫຫຼຳຂອງຈີນມາຢ່າງເນືອງນິດ. ເຮືອປະມົງຂອງຈີນກໍໄດ້ໄປດຳເນີນການປະມົງຢູ່ເຂດທະເລເກາະຫວງເຢນເລື້ອຍໆມາແຕ່ບູຮານນະການ. ອົງການສະຖິຕິແຫ່ງຊາດຈີນ, ອົງການແຜ່ນດິນໄຫວແຫ່ງຊາດຈີນ, ອົງການທະເລແຫ່ງຊາດຈີນ ແລະ ອົງການອື່ນໆຂອງຈີນ ຕ່າງກໍໄດ້ດຳເນີນການສຳຫຼວດດ້ານວິທະຍາສາດຢູ່ເກາະຫວງເຢນ ແລະ ເຂດທະເລທີ່ໃກ້ຄຽງມາເປັນຫຼາຍຄັ້ງ. ພາຍໃຕ້ການອະນຸລັກຂອງຈີນທີ່ມີຕໍ່ລະບົບນິເວດຫີນປະກາລັງຂອງເຂດທະເລຫວງເຢນ, ຊັບພະຍາກອນດ້ານຊີວະພາບຢູ່ເຂດທະເລນີ້ຈຶ່ງມີຄວາມອຸດົມສົມບູນທີ່ສຸດ.

ເສັ້ນພື້ນຖານນ່ານທະເລເກາະຫວງເຢນບໍ່ແມ່ນຫາກໍຂີດແບ່ງໃນຫວ່າງມໍ່ໆມານີ້. ເມື່ອປີ 1996, ຈີນໄດ້ປະກາດເສັ້ນພື້ນຖານນ່ານທະເລຢູ່ເຂດແຄວ້ນສ່ວນໃຫຍ່ແລ້ວ, ໃນໄລຍະຕໍ່ມາ, ຈີນໄດ້ກຳນົດເສັ້ນພື້ນຖານນ່ານທະເລຢູ່ເຂດແຄວ້ນອື່ນໆເພີ່ມຕື່ມ. ສາເຫດທີ່ຈີນບໍ່ໄດ້ເປີດເຜີຍເລື່ອງດັ່ງກ່າວ ແມ່ນຍ້ອນວ່າ ຈີນໄດ້ຮັກສາທ່າທີແບບຖີ່ຖ້ວນ ແລະ ອົດກັ້ນຕໍ່ເຂດທະເລທີ່ມີຄວາມຂັດແຍ້ງກັນ. ແຕ່ກ່ອນໜ້ານີ້ບໍ່ດົນ, ທ່ານເຟີດີນານ ໂຣມຸອານເດສ ມາໂຄສ ປະທານາທິບໍດີຟີລິບປິນໄດ້ລົງນາມໃນອັນທີ່ເອີ້ນວ່າ “ກົດໝາຍວ່າດ້ວຍເຂດໝູ່ເກາະທະເລ” ແລະ “ກົດໝາຍວ່າດ້ວຍທາງຜ່ານທະເລ” ໂດຍໄດ້ຈັດເອົາເກາະຫວງເຢນ ແລະ ເກາະຕ່າງໆໃນ ໝູ່ເກາະໜານຊ່າຂອງຈີນເຂົ້າໃນເຂດທະເລຂອງຟີລິບປິນຢ່າງຜິດກົດໝາຍ. ຍ້ອນອະທິປະໄຕຂອງຈີນຖືກທ້າທາຍແລ້ວທ້າທາຍອີກ, ຈີນຈຶ່ງໄດ້ເລືອກປະກາດເສັ້ນພື້ນຖານນ່ານທະເລເກາະຫວງເຢນໃນເວລານີ້ ເຊິ່ງເປັນເລື່ອງທີ່ສົມເຫດສົມຜົນ.

ທີ່ຈິງແລ້ວ, ຈີນໄດ້ປະຕິບັດການເຄື່ອນໄຫວແບບມີສະຕິ, ມີຄວາມອົດກັ້ນ ແລະ ມີຄວາມຮັບຜິດຊອບຢ່າງສະເໝີຕົ້ນສະເໝີປາຍ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້. ຖ້າຟິລິບປິນສວຍໃຊ້ຄວາມຈິງໃຈຂອງຈີນຢ່າງບໍ່ຖືກຕ້ອງ, ລ່ວງລ້ຳອະທິປະໄຕ ແລະ ສິດຄອບຄອງຜືນແຜ່ນດິນຂອງຈີນ, ຈີນກໍຈະປົກປ້ອງສິດຂອງຕົນ ແລະ ຕອບໂຕ້ຄືນຕາມກົດໝາຍ, ຟີລິບປິນຕ້ອງແປກຫາບຄວາມຮັບຜິດຊອບ ແລະ ຜົນຢ້ອນຫຼັງທີ່ກ່ຽວຂ້ອງທີ່ຈະຕາມມາເອົາເອງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ