ຈີນ ແລະ ລາວ ຈະຈັດການເຝິກຊ້ອມຮ່ວມດ້ານການຊ່ວຍເຫຼືອການແພດມະນຸດສະທຳ “ຂະບວນລົດໄຟສັນຕິພາບ2024”

2024-11-13 18:34:01 cri

 

    ວັນທີ 11 ພະຈິກນີ້, ໜ່ວຍງານການແພດ “ຂະບວນລົດໄຟສັນຕິພາບ” ຈຳນວນ 150 ຄົນຂອງກອງທັບຈີນໄດ້ອອກເດີນທາງຈາກນະຄອນຈຸ່ງກິ່ງຂອງຈີນດ້ວຍລົດໄຟການແພດ ເພື່ອເຂົ້າຮ່ວມການເຝິກຊ້ອມຮ່ວມດ້ານການຊ່ວຍ

ເຫຼືອການແພດມະນຸດສະທຳ ແລະກິດຈະກໍາບໍລິການທາງການແພດພາຍໃຕ້ຫົວຂໍ້ “ຂະບວນລົດໄຟສັນຕິພາບ 2024” ທີ່ຈະຈັດຂຶ້ນຢູ່ປະເທດລາວໃນທ້າຍເດືອນພະຈິກນີ້.



    ການເຝິກຊ້ອມຮ່ວມຄັ້ງນີ້, ໜ່ວຍງານການແພດຈີນໄດ້ຖືເອົາໜ່ວຍງານການແພດທາງລົດໄຟຂອງມະຫາວິທະຍາໄລແພດສາດທະຫານບົກເປັນຫຼັກ ແລະ ປະສານສົມທົບກັບໂຮງໝໍໃຫຍ່ຂອງກອງທັບປົດປ່ອຍປະຊາຊົນຈີນ, ໂຮງໝໍໃຫຍ່ເຂດທະຫານພາກເໜືອ, ສຳນັກງານຕິດຕາມກວດກາຢາ ແລະ ອຸປະກອນຂອງກອງທະຫານຮັບປະກັນພະລາທິການປະສົມ.



    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງເສນາຮັກກົມຮັບປະກັນພະລາທິການຄະນະກຳມະການການທະຫານສູນກາງຈີນແຈ້ງໃຫ້ຮູ້ວ່າ: ນີ້ແມ່ນການເຝິກຊ້ອມຮ່ວມ ລະຫວ່າງກອງທັບ ຈີນ-ລາວ ພາຍໃຕ້ຫົວຂໍ້ “ຂະບວນລົດໄຟສັນຕິພາບ” ຄັ້ງທີ 5, ຈຸດປະສົງເພື່ອປັບປຸງ ແລະ ຍົກສູງຄວາມສາມາດດ້ານການຮ່ວມກັນບັນຊາ ແລະ ຮ່ວມກັນຊ່ວຍເຫຼືອໃນວຽກງານພະລາທິການດ້ານເສນາຮັກ, ລົງເລິກການແລກປ່ຽນ ແລະ ການຮ່ວມມືຢ່າງແທ້ຈິງລະຫວ່າງກອງທັບ ຈີນ-ລາວ ຕື່ມອີກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ