ກອງປະຊຸມສຸດຍອດອາເປັກຈະຈັດຂຶ້ນໃນໄວໆນີ້. ປີນີ້ແມ່ນອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື ອາເປັກ ສ້າງຕັ້ງຂຶ້ນຄົບຮອບ 35 ປີ, ໃນເວລາຕອບແບບສອບຖາມຂອງໂທລະພາບສາກົນຈີນ ຫຼື CGTN, ມີຊາວເນັດທົ່ວໂລກ 86,4% ໄດ້ສະແດງຄວາມຊົມເຊີຍຕໍ່ອາເປັກ ທີ່ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດພາກພື້ນ ແລະ ລົງເລິກການຮ່ວມມືພາກພື້ນ ເຊິ່ງໄດ້ຍົກລະດັບການຄ້າ ແລະ ການລົງທຶນຂອງພາກພື້ນອາຊີ-ປາຊີຟິກໃຫ້ສູງຂຶ້ນ.
ການພັດທະນາຂອງຈີນໄດ້ຮັບຜົນປະໂຫຍດຈາກພາກພື້ນອາຊີ-ປາຊີຟິກ ແລະ ກໍໄດ້ປະກອບສ່ວນຕໍ່ການພັດທະນາຂອງພາກພື້ນອາຊີ-ປາຊີຟິກດ້ວຍການພັດທະນາຂອງຕົນ. ມີຜູ້ຕອບແບບສອບຖາມ 95,1% ໄດ້ຕີລາຄາຢ່າງສູງຕໍ່ຈີນ ທີ່ເປັນພະລັງຂັບເຄື່ອນໃຫ້ແກ່ການຮ່ວມມືອາເປັກ ແລະ ເຫັນວ່າ: ຈີນໄດ້ຍຶດໝັ້ນເປີດປະຕູສູ່ພາຍນອກຢ່າງໝັ້ນໜຽວບໍ່ປ່ຽນແປງຕະຫຼອດມາ, ຕັ້ງໜ້າເຂົ້າຮ່ວມວຽກງານທຸກຢ່າງຂອງອົງການອາເປັກ ແລະ ໄດ້ປະກອບສ່ວນສຳຄັນຕໍ່ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີ-ປາຊີຟິກ.