ທ່ານສີຈິ້ນຜິງເດີນທາງໄປເຖິງນະຄອນຫຼວງລີມາປະເທດເປຣູເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດAPECຄັ້ງທີ31 ແລະຢ້ຽມຢາມເປຣູທາງລັດຖະກິດ

2024-11-15 10:47:21 cri



ຕອນບ່າຍວັນທີ 14ພະຈິກ2024, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນ ທາງດ້ວຍເຮືອບິນພິເສດໄປເຖິງນະຄອນຫຼວງລີມາປະເທດເປຣູ ເພື່ອເຂົ້າຮ່ວມ ກອງປະຊຸມຜູ້ນຳເສດຖະກິດອົງການຮ່າວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ31 ແລະຢ້ຽມຢາມເປຣູທາງລັດຖະກິດ ຕາມຄຳເຊີນຂອງທ່ານນາງ ດີນາ ໂບລູອາເຕ ປະທານາທິບໍໍດີສາທາລະນະລັດເປຣູ.

ພໍ່ແຕ່ທ່ານສີຈິ້ນຜິງເດີນທາງໄປເຖິງຖານທັບອາກາດຄາຣລາໂອ, ເຈົ້າໜ້າທີ່ລະດັບສູງຂອງເປຣູເຊັ່ນ: ປະທານລັດຖະສະພາ ເປັນຕົ້ນໄດ້ຕ້ອນຮັບຢ່າງອົບອຸ່ນ. ເຍົາວະຊົນເປຣູໄດ້ມອບຊໍ່ດອກໄມ້ໃຫ້ທ່ານ ສີຈິ້ນຜິງ ພ້ອມທັງສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການໄປຢ້ຽມຢາມ ຂອງເພິ່ນດ້ວຍພາສາຈີນ.

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທາງລາຍລັກອັກສອນຢູ່ສະໜາມບິນໂດຍມີເນື້ອໃນບາງຕອນວ່າ: ມິດຕະພາບຈີນ-ເປຣູມີປະຫວັດສາດມາ ແຕ່ດົນນານ, ມິດຕະພາບລະຫວ່າງສອງປະເທດໄດ້ເຂົ້າເຖິງຈິດໃຈຂອງປະຊາຊົນ ຢ່າງເລິກເຊິ່ງ. ເປຣູເປັນໜຶ່ງໃນບັນດາປະເທດອາເມຣິກາລາຕິນທີ່ສ້າງຕັ້ງສາຍ ພົວພັນທາງການທູດກັບສປຈີນກ່ອນໝູ່. ໃນຊຸມປີຜ່ານມາ,ສາຍພົວພັນ ຈີນ-ເປຣູໄດ້ຂະຫຍາຍຕົວລົງສູ່ລວງເລິກຢ່າງຕໍ່ເນື່ອງ. ຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງລະຫວ່າງສອງຝ່າຍນັບມື້ນັບໄດ້ຮັບການປັບປຸງໃຫ້ໝັ້ນຄົງ, ໂຄງ ການຮ່ວມມືທີ່ສຳຄັນໄດ້ຮັບການຊຸກຍູ້ປະຕິບັດຢ່າງໜັກແໜ້ນ, ເຊິ່ງໄດ້ນຳເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ເຊື່ອໝັ້ນວ່າພາຍໃຕ້ຄວາມ ພະຍາຍາມຮ່ວມຂອງສອງຝ່າຍ, ການຢ້ຽມຢາມຄັ້ງນີ້ຈະນຳພາສາຍພົວພັນຄູ່ ຮ່ວມຍຸດທະສາດຮອບດ້ານຈີນ-ເປຣູຂະຫຍາຍຕົວກ້າວຂຶ້ນສູ່ລະດັບໃໝ່ອີກຄັ້ງໜຶ່ງ, ຊຸກຍູ້ ການຮ່ວມມືຕົວຈິງໃນບັນດາຂົງເຂດລະຫວ່າງສອງປະເທດໃຫ້ໄດ້ຮັບຜົນງານໃໝ່ຫຼາຍກວ່າເກົ່າ. ຂ້າພະເຈົ້າຄອງຄອຍເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດAPECຄັ້ງທີ31 ເພື່ອຮ່ວມກັບບັນດາຝ່າຍປະກອບສ່ວນອັນໃໝ່ເຂົ້າ ໃນການສ້າງເສດຖະກິດອາຊີປາຊີຟິກແບບເປີດກວ້າງ, ຊຸກຍູ້ການເຕີບໂຕດ້ານ ເສດຖະກິດໂລກ ກໍຄື ສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ