ທ່ານສີຈິ້ນຜິງພົບປະກັບນາຍົກລັດຖະມົນຕີສິງກະໂປ

2024-11-16 20:03:21 cri

ຕອນເຊົ້າວັນທີ 15 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂລເຣນ ວອງ ນາຍົກລັດຖະມົນຕີສິງກະໂປ ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມຜູ້ນຳການຮ່ວມມືດ້ານເສດຖະກິດອາເປັກຄັ້ງທີ 31 ທີ່ຈັດຂຶ້ນຢູ່ນະຄອນຫຼວງລີມາ ປະເທດເປຣູ.


ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນ ແລະ ສິງກະໂປເປັນປະເທດໃກ້ຄຽງທີ່ມີມິດຕະພາບຕໍ່ກັນ ແລະ ເປັນຄູ່ຮ່ວມມືທີ່ສຳຄັນ. ຈີນຍິນດີຮ່ວມກັບສິງກະໂປກຳແໜ້ນທິດທາງໃຫຍ່ແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ໄປມາຫາສູ່ແລກປ່ຽນກັນລະຫວ່າງການນຳຂັ້ນສູງຢ່າງແໜ້ນແຟ້ນ, ຍຶດໝັ້ນໃນການເປີດອົກເປີດໃຈຕໍ່ກັນ ແລະ ໄວ້ເນື້ອເຊື່ອໃຈຕໍ່ກັນ, ເຄົາລົບຜົນປະໂຫຍດແກນກາງຂອງກັນແລະກັນ, ສືບຕໍ່ຮ່ວມກັນກ້າວເດີນໄປໜ້າບົນເສັ້ນທາງການຫັນເປັນທັນສະໄໝ ແລະ ຂຽນໜ້າໃໝ່ຂອງການພັດທະນາດ້ວຍຄຸນນະພາບສູງ.


ທ່ານໂລເຣນ ວອງ ນາຍົກລັດຖະມົນຕີສິງກະໂປກ່າວວ່າ: ສິງກະໂປຍິນດີປະສານງານກັບຈີນຢ່າງໃກ້ຊິດໃນຂົງເຂດຫຼາຍຝ່າຍ ເຊັ່ນ: ອາຊຽນ, ອົງການອາເປັກ ແລະອື່ນໆ, ຄັດຄ້ານລັດທິປົກປ້ອງການຄ້າ, ຊຸກຍູ້ໃຫ້ການຄ້າ-ການລົງທຶນມີຄວາມສະດວກ ແລະ ມີເສລີພາບຫຼາຍກວ່າເກົ່າ ທັງປົກປັກຮັກສາຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ