ທ່ານສີຈິ້ນຜິງ ພົບປະກັບທ່ານເອັມມານູເອວ ມາຄຣົງ

2024-11-20 14:47:04 cri

ຕອນເຊົ້າວັນທີ 19 ພະຈິກນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 20 ປະເທດຫຼື G20 ຢູ່ນະຄອນຣີໂອເດີຈາເນໂຣ ປະເທດເບຣຊິນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ.

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສາຍພົວພັນລະຫວ່າງຈີນກັບຝຣັ່ງ, ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງສອງປະເທດໃກ້ຊິດກັນກວ່າເກົ່າ, ສືບຕໍ່ລົງເລິກການແລກປ່ຽນ ແລະຮ່ວມມືລະຫວ່າງສອງປະເທດໃນຂົງເຂດວັດທະນະທຳ, ການສຶກສາ, ທ້ອງຖິ່ນ, ການແລກປ່ຽນ ແລະຮ່ວມມືລະຫວ່າງຊາວໜຸ່ມ, ແກ້ໄຂຄວາມຂັດແຍ້ງກັນດ້ານເສດຖະກິດການຄ້າຢ່າງເໝາະສົມ, ປົກປັກຮັກສາການພົວພັນດ້ານເສດຖະກິດການຄ້າໃຫ້ຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະປອດໃສ, ເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການບໍລິຫານປັນຍາປະດິດທົ່ວໂລກ ແລະຂົງເຂດອື່ນໆ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບວິກິດການອູແກຣນຕື່ມອີກ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ