ວັນທີ 21 ພະຈິກນີ້, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ຊີ້ນຳໃຫ້ພາກສ່ວນປ້ອງກັນຄວາມສະຫງົບແຂວງຢຸນນານຈີນເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍກັບພາກສ່ວນປະຕິບັດກົດໝາຍຢູ່ແຫ່ງຕ່າງໆທີ່ກ່ຽວຂ້ອງຂອງມຽນມາ ເຊິ່ງເປັນຄັ້ງທຳອິດທີ່ໄດ້ຈັບກຸມຜູ້ຕ້ອງຫາສໍ້ໂກງຊັບທາງລະບົບ ໂທລະຄົມຂ້າມຊາດ 1.079 ຄົນຢູ່ເຂດຕາງຢັນມຽນມາ, ໃນນັ້ນມີ 763 ຄົນແມ່ນຄົນຈີນ. ປັດຈຸບັນ, ຜູ້ຕ້ອງຫາສັນຊາດຈີນທັງໝົດໄດ້ສົ່ງໃຫ້ຝ່າຍຈີນແລ້ວ.