ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບລັດຖະມົນຕີປ້ອງກັນປະເທດຈີນ ແລະອາເມຣິກາບໍ່ໄດ້ພົບປະກັນໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ+

2024-11-22 15:25:15 cri


ວັນທີ 21 ພະຈິກນີ້, ທ່ານອູຊຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບລັດຖະມົນຕີປ້ອງກັນປະເທດຈີນ ແລະອາເມຣິກາບໍ່ໄດ້ພົບປະກັນໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ+.

ທ່ານອູຊຽນ ກ່າວວ່າ: ໃນໄລຍະຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ+ຄັ້ງທີ 11 ຢູ່ລາວ, ລັດຖະມົນຕີປ້ອງກັນປະເທດຈີນ ແລະອາເມຣິກາບໍ່ໄດ້ພົບປະກັນ, ສາເຫດແມ່ນຍ້ອນຝ່າຍອາເມຣິກາໝົດ. ອາເມຣິກາບໍ່ຄວນຂາຍອາອຸດໃຫ້ໄຕ້ຫວັນ, ແລະທຳລາຍຜົນປະໂຫຍດໃຈກາງຂອງຈີນ, ທັງດຳເນີນການແລກປ່ຽນກັບກອງທັບຈີນແບບບໍ່ເຄີຍມີເລື່ອງຫຍັງເກີດຂຶ້ນເລີຍ. ວຽກງານຮີບດ່ວນທີ່ສຸດໃນປັດຈຸບັນກໍຄືອາເມຣິກາຄວນປ່ຽນແປງຄວາມຜິດພາດຂອງຕົນໃນທັນທີ, ເຄົາລົບນັບຖືຜົນປະໂຫຍດໃຈກາງຂອງຈີນຢ່າງແທ້ຈິງ, ພະຍາຍາມສ້າງເງື່ອນໄຂທີ່ດີໃຫ້ແກ່ການໄປມາຫາສູ່ກັນລະຫວ່າງເຈົ້າໜ້າທີ່ທະຫານຂັ້ນສູງຂອງສອງປະເທດ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ