ກອງປະຊຸມສື່ມວນຊົນໂລກກ່ຽວກັບງານກິລາໂອລິມປິກລະດູໜາວມິລານ 2026 ແຈ້ງສະພາບຄວາມຄືບໜ້າດ້ານການກະກຽມຈັດງານ

2024-11-23 14:31:42 cri

      ກອງປະຊຸມສື່ມວນຊົນໂລກກ່ຽວກັບງານມະຫະກຳກິລາໂອລິມປິກລະດູໜາວແລະງານມະຫະກຳກິລາໂອລິມປິກຄົນພິການລະດູໜາວມິລານ-ໂຄຕີນາ 2026 ໄດ້ຈັດຂຶ້ນຢູ່ນະຄອນມິລານຂອງອີຕາລີແຕ່ວັນທີ 20 ຫາ 22 ພະຈິກນີ້ ເຊິ່ງໄດ້ດຶງດູດຜູ້ຕາງໜ້າຈາກສື່ມວນຊົນ,ຄະນະກຳມະການໂອລິມປິກຂອງປະເທດແລະເຂດແຄວ້ນກໍຄືອົງການກິລາລະດູໜາວລາຍການດຽວສາກົນ 200 ກວ່າທ່ານເຂົ້າຮ່ວມ.

    ຄະນະກຳມະການຈັດງານໄດ້ແຈ້ງສະພາບຄວາມຄືບໜ້າຂອງການກະກຽມໃນດ້ານຕ່າງໆເຊັ່ນ: ການຈົດທະບຽນຂອງລາຍການແຂ່ງຂັນ,ຄົມມະນາຄົມ,ທີ່ພັກ ອາໄສ,ສະໜາມກິລາແລະອື່ນໆ,ພ້ອມທັງໄດ້ຈັດຕັ້ງບັນດາຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມລົງໄປສຳຫຼວດຢູ່ພື້ນທີ່ຕົວຈິງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ