ວັນທີ 22 ພະຈິກນີ້,ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານທອງລຸນສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຕົງຈວິ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນທີ່ເດີນທາງໄປຢ້ຽມຢາມປະເທດລາວ.
ໃນໂອກາດນີ້, ທ່ານທອງລຸນສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວຢ່າງຈິງໃຈແລະພອນໄຊອັນປະເສີດເຖິງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໂດຍຜ່ານທ່ານຕົງຈວິ່ນ. ເພິ່ນກ່າວວ່າ: ມິດຕະພາບລາວ-ຈີນມີຄວາມໝັ້ນຄົງໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້, ສອງກອງທັບລາວ-ຈີນຄວນສືບຕໍ່ເພີ່ມທະວີການແລກປ່ຽນທາງດ້ານຍຸດທະສາດ, ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ.
ທ່ານຕົງຈວິ່ນໄດ້ຝາກຄວາມຢື້ຢາມຖາມຂ່າວອັນສະໜິດສະໜົມແລະພອນໄຊອັນປະເສີດຈາກທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນເຖິງທ່ານທອງລຸນສີສຸລິດ. ທ່ານຕົງຈວິ່ນກ່າວວ່າ: ຈີນຍິນດີຮ່ວມກັບລາວຖືເອົາຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນທີ່ຜູ້ນຳສອງພັກສອງລັດໄດ້ຕົກລົງຮ່ວມກັນນັ້ນເປັນທິດຊີ້ນຳ, ລົງເລິກການຮ່ວມມືຕົວຈິງລະຫວ່າງສອງກອງທັບຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສາຍພົວພັນລະຫວ່າງສອງກອງທັບໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກ.