ອິນໂດເນເຊຍ ແລະ ສະຫະລັດອາຣັບເອມີເຣດບັນລຸສັນຍາ ແລະ ບົດບັນທຶກ ຄວາມເຂົ້າໃຈໃນຫຼາຍຂົງເຂດ

2024-11-24 16:58:44 cri

 

    ວັນທີ  23 ພະຈິກນີ້, ທ່ານ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍໄດ້ເດີນທາງໄປຮອດນະຄອນຫຼວງອາບູຈາບີຂອງສະຫະລັດອາຣັບເອມີເຣດ ເພື່ອຢ້ຽມຢາມສະຫະລັດອາຣັບເອມີເຣດທາງລັດຖະກິດ. ທຳນຽບປະທານາທິບໍດີສະຫະລັດອາຣັບເອມີເຣດໄດ້ຈັດພິທີຕ້ອນຣັບຢ່າງເປັນທາງການ. ທ່ານ ໂມຮຳເມັດບິນ ຈາເຢດ ອັນນາຢານ ປະທານາທິບໍດີສະຫະລັດອາຣັບເອມີເຣດໄດ້ພົບປະກັບທ່ານ ປຣາໂບໂວ ຊູບຽນໂຕ.

    ສອງຝ່າຍໄດ້ບັນລຸສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆໃນຫຼາຍຂົງເຂດ ເຊັ່ນ: ວິທະຍາສາດເຕັກໂນໂລຊີ, ພະລັງງານໝູນວຽນ, ການແພດການຮັກສາສຸຂະພາບ, ວັດທະນະທຳ, ການທ່ອງທ່ຽວ, ການຂຸດຄົ້ນບໍ່ແຮ່, ພື້ນຖານໂຄງລ່າງ, ຄວາມທັນສະໄໝ ແລະ ການພັດທະນາຂອງລັດຖະບານ, ການລົງທຶນ, ການຂົນສົ່ງທາງການບິນສາກົນ ແລະອື່ນໆ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ