ຣັດເຊຍ: ລັດຖະບານໄບເດັນພວມມີເຈດຕະນາຢາກເຮັດໃຫ້ສະຖານະການອູແກຣນຮຸນແຮງຂຶ້ນ

2024-11-25 17:08:04 cri


   ວັນທີ 24 ພະຈິກນີ້, ທ່ານດິມີຕຣີ ເປັດສະໂຄຟ ໂຄສົກປະຈຳທຳນຽບປະທານາທິບໍດີຣັດເຊຍກ່າວວ່າ: ລັດຖະບານໄບເດັນທີ່ໃກ້ຈະໝົດວາລະດຳລົງຕຳແໜ່ງພວມມີເຈດຕະນາຢາກເຮັດໃຫ້ສະຖານະການອູແກຣນຮຸນແຮງຂຶ້ນ ໂດຍມີຈຸດປະສົງຢາກທຳລາຍເງື່ອນໄຂການເຈລະຈາໂດຍສັນຕິ, ເພາະວ່າ ທ່ານ ໂດໂນ ທຣຳ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມຣິກາເຄີຍກ່າວໃນໄລຍະຫາສຽງວ່າ: ລາວມີແຜນຈະດຶງການປະທະກັນລະຫວ່າງຣັດເຊຍ-ອູແກຣນໃຫ້ອອກໄປສູ່ສັນຕິພາບ.

   ທ່ານເປັດສະໂຄຟກ່າວຕື່ມວ່າ: ລັດຖະບານໄບເດັນພວມມີເຈດຕະນາຢາກປະສິ່ງທີ່ເອີ້ນວ່າ “ກ່ອງມໍລະດົກແຫ່ງຫາຍະນະ” ໄວ້ໃຫ້ທ່ານທຣຳ ເພື່ອດຶງລາວສູ່ເສັ້ນທາງມໍລະນະ.

   ຕອນນີ້, ຝ່າຍທຳນຽບປະທານາທິບໍດີອາເມຣິກາຍັງບໍ່ທັນອອກມາຕອບໂຕ້ຕໍ່ກັບເລື່ອງນີ້ເທື່ອ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ