ທູດພິເສດອົງການສະຫະປະຊາຊາດຮຽກຮ້ອງບໍ່ໃຫ້ດຶງຊີຣີເຂົ້າໃນສັງວຽນຄວາມຂັດແຍ້ງໃນພາກພື້ນ

2024-11-25 17:34:13 cri

 

    ວັນທີ 24 ພະຈິກນີ້, ຢູ່ທີ່ນະຄອນຫຼວງດາມາສຂອງຊີຣີ,  ທ່ານ ເກີອົດໂຕ ເປເດີແຊັນ ທູດພິເສດກ່ຽວກັບບັນຫາຊີຣີຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງດຳເນີນການເຄື່ອນໄຫວເພື່ອຜ່ອນຄາຍສະພາບການເຄັ່ງຕຶງຢູ່ຕາເວັນອອກກາງ, ເພື່ອຫຼີກລ່ຽງບໍ່ໃຫ້ຊີຣີຖືກດຶງເຂົ້າໃນສັງວຽນຄວາມຂັດແຍ້ງຢູ່ພາກພື້ນ.

    ທ່ານ ເກີອົດໂຕ ເປເດີແຊັນ ກ່າວຕື່ມວ່າ: ການສິ້ນສຸດການປະທະກັນຢູ່ລີບັງ ແລະ ເຂດກາຊາຂອງປາແລັດສະຕິນເປັນສິ່ງທີ່ສຳຄັນເລັ່ງດ່ວນທີ່ສຸດ, ໄລຍະມໍ່ໆມານີ້, ມີປະຊາຊົນຊີຣີຫຼາຍກວ່າ 4 ແສນຄົນໄດ້ເດີນທາງຈາກລີບັງກັບຄືນສູ່ປະເທດຂອງຕົນເພື່ອຫຼົບໜີໄພສົງຄາມ, ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງລັດຖະບານຊີຣີ ແລະ ປະຊາຄົມໂລກ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງເພີ່ມທະວີການຊ່ວຍເຫຼືອຕໍ່ຊີຣີ.

    ຕາມຕົວເລກສະຖິຕິຫຼ້າສຸດຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ: ນັບແຕ່ເດືອນກັນຍາປີນີ້ເປັນຕົ້ນມາ, ມີປະຊາຊົນຊີຣີຫຼາຍກວ່າ 5 ແສນຄົນໄດ້ເດີນທາງຈາກລີບັງເຂົ້າສູ່ຊີຣີເພື່ອຫຼົບໜີໄພສົງຄາມ.  ປະຊາຊົນຊີຣີຫຼາຍກວ່າ 70% ຄື ປະມານ 16.700.000 ຄົນພວມຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ