ຕອນເຊົ້າວັນທີ 25 ພະຈິກນີ້, ກອງກໍາປັ່ນຂອງຕຳຫຼວດຍາມຝັ່ງທະເລຈີນໄດ້ອອກເດີນທາງໄປສູ່ເຂດທະເລອ່າວເປີຍປູ້ ເພື່ອຮ່ວມກັບກອງກໍາປັ່ນຂອງຕຳຫຼວດຍາມຝັ່ງທະເລຫວຽດນາມດຳເນີນການລາດຕະເວນຮ່ວມຄັ້ງທີ 2 ໃນປີນີ້, ເຊິ່ງເປັນການຮ່ວມກັນດຳເນີນການລາດຕະເວນຄັ້ງທີ 28 ລະຫວ່າງພາກສ່ວນບັງຄັບໃຊ້ກົດໝາຍຢູ່ເທິງທະເລຈີນ ແລະ ຫວຽດນາມ ນັບແຕ່ປີ 2006 ເປັນຕົ້ນມາ.
ໃນໄລຍະລາດຕະເວນຮ່ວມຄັ້ງນີ້, ສອງຝ່າຍຈະຕິດຕາມກວດກາເຮືອຂອງສອງປະເທດທີ່ດຳເນີນງານຢູ່ເຂດທະເລອ່າວເປີຍປູ້, ແລກປ່ຽນບົດຮຽນກ່ຽວກັບການຕໍ່ຕ້ານອາຊະຍາກຳດ້ານການຄ້າເຖື່ອນທາງທະເລ, ຈັດສັນກໍລະນີສຸກເສີນຢູ່ເທິງທະເລຢ່າງເໝາະສົມ, ທັງຮ່ວມກັນປົກປັກຮັກສາສະຖຽນລະພາບທາງທະເລ.