ງານແລ່ນມາລາທອນຈີນ-ອາຊຽນ 2024 ຈັດຂຶ້ນຢູ່ນະຄອນຟາງເຊີງກາງເຂດກວາງຊີ

2024-11-25 17:13:54 cri


   

   ວັນທີ 24 ພະຈິກນີ້, ງານແລ່ນມາລາທອນຈີນ-ອາຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນຟາງເຊີງກາງເຂດກວາງຊີຈີນ. ມີນັກກິລາ 2 ໝື່ນກວ່າຄົນທີ່ມາຈາກ 14 ປະເທດແລະຫຼາຍເຂດແຄວ້ນເຂົ້າຮ່ວມງານດັ່ງກ່າວ.

   ງານແຂ່ງຂັນຄັ້ງນີ້ ມີ 4 ລາຍການ ຄື: ແລ່ນມາລາທອນໄລຍະໄກ, ແລ່ນມາລາທອນເຄິ່ງໄລຍະກາງ, ແລ່ນມິນິມາລາທອນ 10 ກິໂລແມັດ ແລະ 5 ກິໂລແມັດ, ເສັ້ນທາງແລ່ນໄດ້ຕັດຜ່ານທັງທິວທັດຕົວເມືອງແລະທິວທັດແຄມທະເລທີ່ສວຍງາມ.

   ໂດຍຜ່ານການແຂ່ງຂັນກັນທີ່ທໍລະຫົດອົດທົນ, ທ່ານເອລີເຈນ ກິບຄົສເກ ຈາກເກນຢາ ຄວ້າໄຊໃນລາຍການແລ່ນມາລາທອນໄລຍະໄກປະເພດທີມຊາຍ, ທ່ານນາງ ລີເດຍ ເຊັບໂດ ຈາກເກນຢາ ຄວ້າໄຊໃນລາຍການແລ່ນມາລາທອນໄລຍະໄກປະເພດທີມຍິງ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ