ຕອນເຊົ້າວັນທີ 25 ພະຈິກນີ້, ກອງກໍາປັ່ນຂອງຕຳຫຼວດຍາມຝັ່ງທະເລຈີນໄດ້ອອກເດີນທາງໄປສູ່ເຂດທະເລອ່າວເປີຍປູ້ ເພື່ອຮ່ວມກັບກອງກໍາປັ່ນຂອງຕຳຫຼວດຍາມຝັ່ງທະເລຫວຽດນາມດຳເນີນການລາດຕະເວນຮ່ວມຄັ້ງທີ 2 ໃນປີນີ້, ເຊິ່ງເປັນພາກສ່ວນປະຕິບັດກົດໝາຍຢູ່ເທິງທະເລຈີນ ແລະ ຫວຽດນາມຮ່ວມກັນດຳເນີນການລາດຕະເວນຮ່ວມຄັ້ງທີ 28 ນັບແຕ່ປີ 2006 ເປັນຕົ້ນມາ.
ໃນໄລຍະລາດຕະເວນຮ່ວມຄັ້ງນີ້, ສອງຝ່າຍຈະຕິດຕາມກວດກາເຮືອຂອງສອງປະເທດທີ່ດຳເນີນງານຢູ່ເຂດທະເລອ່າວເປີຍປູ້, ແລກປ່ຽນບົດຮຽນກ່ຽວກັບການຕໍ່ຕ້ານອາຊະຍາກຳດ້ານການຄ້າເຖື່ອນທາງທະເລ, ແກ້ໄຂກໍລະນີສຸກເສີນທາງທະເລຢ່າງເໝາະສົມ, ຮ່ວມກັນປົກປັກຮັກສາສະຖຽນລະພາບທາງທະເລ.