ເຈົ້າໜ້າທີ່ໄອຍະການຂອງອາເມຣິກາກ່າວວ່າ ຈະຍົກເລີກຂໍ້ກ່າວຫາຕໍ່ທ່ານໂດໂນ ທຣຳທີ່ຖືກສົງໄສທຳການແຊກແຊງການເລືອກຕັ້ງປີ 2020

2024-11-26 12:58:52 CRI


 ວັນທີ 25 ພະຈິກນີ້, ທ່ານແຈກ ສະມິສ ເຈົ້າໜ້າທີ່ໄອຍະການພິເສດຂອງອາເມຣິກາກ່າວວ່າ, ຈະຍົກເລີກຂໍ້ກ່າວຫາຕໍ່ທ່ານໂດໂນ ທຣຳ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີທີ່ຖືກສົງໄສວ່າໄດ້ທຳການແຊກແຊງການເລືອກຕັ້ງທົ່ວໄປຂອງອາເມຣິກາເມື່ອປີ 2020, ທັງຈະສະແຫວງຫາວິທີການຍົກຟ້ອງຄະດີດັ່ງກ່າວຕໍ່ເອກະສານທີ່ຈະຍື່ນໃຫ້ຜູ້ພິພາກສາ ໂດຍໃຊ້ເຫດຜົນທີ່ວ່າ “ປະທານາທິບໍດີຊຸດປັດຈຸບັນບໍ່ຄວນຖືກຜະເຊີນຕໍ່ການຮ້ອງຟ້ອງທາງອາຍາ” ເຊິ່ງເປັນຫຼັກໝັ້ນນະໂຍບາຍຂອງກະຊວງຍຸຕິທຳອາເມຣິກາໃນຫຼາຍສິບປີມານີ້.

 

ທ່ານໂດໂນ ທຣຳເປັນ ອະດີດປະທານາທິບໍດີຄົນທຳອິດທີ່ຖືກຮ້ອງຟ້ອງທາງອາຍາໃນປະຫວັດສາດຂອງອາເມຣິກາ, ເຊິ່ງພົວພັນເຖິງຄະດີອາຍາ 4 ຄະດີ, ລວມທັງໝົດແລ້ວຈະຖືກກ່າວຫາທາງອາຍາ 91 ຂໍ້.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ