ຕາມຂ່າວຈາກສື່ຕ່າງໆຂອງລີບັງສະແດງໃຫ້ເຫັນວ່າ, ເວລາ 4 ໂມງຂອງວັນທີ 27 ພະຈິກນີ້, ສັນຍາຢຸດຍິງລະຫວ່າງອິດສະຣາແອນກັບລີບັງເລີ່ມມີຜົນສັກສິດຢ່າງເປັນທາງການ.
ຕອນຄ່ຳວັນທີ 26 ພະຈິກນີ້, ຄະນະລັດຖະບານຄວາມໝັ້ນຄົງອິດສະຣາແອນໄດ້ຈັດກອງປະຊຸມ ໂດຍອະນຸມັດສັນຍາຢຸດຍິງກັບພັກເຮັສບົນລາລີບັງ. ມື້ດຽວກັນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາປະກາດວ່າ, ສັນຍາຢຸດຍິງລະຫວ່າງອິດສະຣາແອນກັບລີບັງຈະເລີ່ມມີຜົນສັກສິດໃນເວລາ 4 ໂມງຂອງວັນທີ 27 ພະຈິກນີ້ຕາມເວລາລີບັງ ແລະ ອິດສະຣາແອນ.
ທ່ານນາຈິບ ມິຄາຕີ ນາຍົກລັດຖະມົນຕີລັດຖະບານຮັກສາການລີບັງໄດ້ອອກຖະແຫຼງການ ໂດຍສະແດງຄວາມຊົມເຊີຍຕໍ່ສັນຍາຢຸດຍິງລະຫວ່າງອິດສະຣາແອນກັບພັກເຮັສບົນລາລີບັງ. ປັດຈຸບັນ, ພັກເຮັສບົນລາລີບັງຍັງບໍ່ທັນໃຫ້ຄຳຕອບຢ່າງເປັນທາງການຕໍ່ຂ່າວດັ່ງກ່າວເທື່ອ. ແຕ່ອີງຕາມການລາຍງານຂ່າວຂອງ “The Times of Israel”, ທ່ານໂຈ ໄບເດັນກ່າວວ່າ, ລັດຖະບານລີບັງໄດ້ຮັບການອະນຸມັດຈາກພັກເຮັສບົນລາໃນດ້ານຮູບການ.