ໃນສະໄໝຊຸ່ນຊິ່ວຈ້ານກົກຂອງຈີນ (ເມື່ອປະມານ 2500 ປີກ່ອນ), ມີນັກເສບພິນ(ບູຮານ)ທີ່ມີຊື່ສຽງຜູ້ໜຶ່ງຊື່ວ່າ: ຢູໂປຢາ. ມີເທື່ອໜຶ່ງ, ເພິ່ນນັ່ງດີດພິນຢູ່ໃນເຮືອແຄມຝັ່ງ, ມີຄົນຕັດຟືນຜູ້ໜຶ່ງຊື່ວ່າຈົ່ງຈືຊີ່ ຍ່າງຜ່ານໄປ, ເມື່ອໄດ້ຍິນສຽງພິນຂອງຢູໂປຢາແລ້ວ, ລາວຮູ້ສຶກວ່າສຽງພິນໄດ້ວາດພາບພູຜາແມ່ນ້ຳທີ່ສູງສະຫງ່າແລະກວ້າງໃຫຍ່ໄພສານ, ແລ້ວຈຶ່ງຮ້ອງເພງສອຍລອຍຕາມ. ເມື່ອຈົ່ງຈືຊີ່ບອກຄວາມຮູ້ສຶກໃນການຟັງສຽງຂີມຂອງຢູໂປຢາໃຫ້ລາວຮູ້ແລ້ວ, ຢູໂປຢາເວົ້າດ້ວຍຄວາມປິຕິຊົມຊື່ນວ່າ: ໂອ້! ຂ້ອຍຊອກມາຫຼາຍປີແລ້ວ, ມື້ນີ້ຈຶ່ງໄດ້ພົບເຈົ້າ——ຜູ້ຮູ້ສຽງພິນຂອງຂ້ອຍ. ຕໍ່ມາ, ສອງຄົນເລີຍກາຍເປັນໝູ່ເພື່ອນທີ່ຮູ້ໃຈກັນ.
ພາຍຫຼັງມາ, ຈົ່ງຈືຊີ່ເສຍຊີວິດໄປໃນໄວຍັງໜຸ່ມ, ຢູໂປຢາຮູ້ສຶກເສົ້າໂສກເສຍໃຈທີ່ສຸດ, ລາວໄປດີດພິນເທື່ອສຸດທ້າຍຢູ່ບ່ອນຝັງສົບຂອງຈົ່ງຈືຊີ່, ແລ້ວດຶງສາຍພິນໃຫ້ຂາດ, ຟາດພິນຈົນແຕກກະຈາຍ, ຈາກນັ້ນໄປຕະຫຼອດຊີວິດ, ຢູໂປຢາກໍ່ບໍ່ໄດ້ດີດພິນອີກເລີຍ.
ສຽງພິນແມ່ນສຽງຈາກໃຈ, ຈົ່ງຈືຊີ່ສາມາດເຂົ້າໃຈຄວາມໝາຍໃນສຽງພິນຂອງຢູໂປຢາ, ກໍ່ໝາຍຄວາມວ່າໄດ້ຮູ້ໃຈຢູໂປຢາ, ສະນັ້ນ, ຢູໂປຢາຈຶ່ງເວົ້າວ່າຈົ່ງຈືຊີ່ແມ່ນຜູ້ຮູ້ໃຈຂອງຕົນ, ແຕ່ວ່າ, ຈົ່ງຈືຊີ່ເສຍຊີວິດໄປກ່ອນແລ້ວ, ໃນໂລກນີ້, ກໍ່ບໍ່ມີໃຜເຂົ້າໃຈສຽງພິນຂອງຢູໂປຢາອີກ, ຖ້າບໍ່ມີຄົນຟັງເຂົ້າໃຈ, ດີດພິນຍັງຈະມີຄວາມໝາຍຫຍັງ? ສະນັ້ນ, ຢູໂປຢາຈຶ່ງບໍ່ໄດ້ດີດພິນອີກ ຕະຫຼອດຊີວິດ.
© China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |